ພິ​ທີ​ສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນ​າມ

(VOVWORLD) -ມືນີ້ວັນທີ 7 ກັນຍາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດພິທີສະເຫຼິມສະຫຼອງ ແຫ່ງວັນສ້າງຕັ້ງ ຄົບຮອບ74 ປີ (7 ກັນຍາ 1945 – 7 ກັນຍາ 2019). 
ພິ​ທີ​ສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນ​າມ - ảnh 1ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມກ່າວຄຳທີ່ພິທີ

ເນື່ອງໃນໂອກາດນີ້ຢູ່ເຮືອນເລກທີ 58 ຖະໜົນ ກ໊ວານຊື໊, ຮ່າໂນ້ຍ ການນຳວິທະຍຸກະຈາຍສຽງ ຫວຽດນາມໄດ້ຈັດຕັ້ງການພົບປະກັບບັນດາພະນັກງານກິນເບ້ຍບຳນານ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຫວນຄືນວິວັດການສ້າງຕັ້ງ ແລະ ພັດທະນາໃນຕະຫຼອດເວລາ 74 ປີທີ່ຜ່ານມາຂອງ ວິທະຍຸກະຈາຍສຽງ ຫວຽດນາມ. ນັບແຕ່ວັນທຳອິດທີ່ອອກອາກາດໃນເວລາ90 ນາທີ ມາຮອດປັດຈຸບັນ, ວິທະຍຸກະຈາຍສຽງ ຫວຽດນາມໄດ້ກາຍເປັນອົງການສື່ມວນຊົນແຫ່ງຊາດທີ່ມີ 4 ປະເພດ: ກະຈາຍສຽງ, ໂທລະພາບ, ສື່ສິ່ງພິມ ແລະ ສື່ເອເລັກໂຕນິກ, ກະຈາຍຄື້ນໄປທົ່ວປະເທດ ແລະ ສາກົນ, ຢັ້ງຢືນໄດ້ທີ່ຕັ້ງບົດບາດແມ່ນໜຶ່ງໃນບັນດາອົງການສື່ມວນຊົນແຖວໜ້າຂອງປະເທດ. ທ່ານຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມກ່າວວ່າ:

        ພວກຂ້າພະເຈົ້າພວມມີຄວາມສາມັກຄີ, ສູ້ຊົນບືນຕົວຂຶ້ນ, ເສີມຂະຫຍາຍມູນເຊື້ອ 74 ປີຂອງວິທະຍຸກະຈາຍສຽງຫວຽດນາມ. ເຖິງວ່າຍັງມຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ພວກຂ້າພະເຈົ້າຕໍ່ຕັດສິນໃຈສູ້ຊົນນຳວິທະຍຸກະຈາຍສຽງ ຫວຽດນາມພັດທະນາຢ່າງແຮງ, ຮອບດ້ານເພື່ອມຸ່ງໄປສູ່ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ