ພິທີເປີດສະຫລອງພະແກ້ວໃຫຍ່ສຸດໃນໂລກ
ຮູບຄວັດເຈົ້ແມ່ ກວັນອິນ
ພາບ:giadinh.net
|
(vovworld) - ວັນທີ 8/4/2012 (ກົງກັບວັນແຮມ 3 ຄ່ຳເດືອນ 3 ) ສະຖາບັນສົງ Truc Lam Tay Thien (ຢູ່Tam Dao - Vinh Phuc) ຈະເປີດສະຫລອງທາດພະແກ້ວ, ຮູບຄວັດເຈົ້າແມ່ ກວັນອິນ ແລະ ດຳເນີນການລົງມືກໍ່ສ້າງຖານຮູບຄວັດພະພຸດທະເຈົ້າດ້ວຍຫີນ Granit. ໂດຍເລີ່ມມາຈາກແນວຄວາມຄິດຢາກໃຫ້ມີກິດຈະກຳແຫ່ງຫນຶ່ງທີ່ມີຄວາມໝາຍເຊີດຊູທີ່ຕັ້ງ ແລະ ບົດບາດຂອງສາສະຫນາພຸດໃນຊີວິດຂອງປະຊາຊົນ ຫວຽດນາມ, ສະມາຄົມຫີນປະດັບ ຮ່າໂນ້ຍ ໄດ້ປຶກສາຫາລື ແລະເປັນເອກະພາບກັບ ເຈົ້າອະທິການສະຖາບັນສົງ Truc Lam Tay Thien ໄປຊອກຫາຫີນທີ່ມີຄ່າຢູ່ ຫວຽດນາມ ເພື່ອຄວັດຮູບພະແກ້ວ ຫວຽດນາມ. ພາຍຫລັງເກືອບ 2 ປີ ແຫ່ງຄວັດ ຮູບພະແກ້ວ ດ້ວຍຫີນ Shaphia ມີຄວາມສູງ 3, 45 ແມດ, ໜັກ 31 ໂຕນ ໄດ້ຮັບການກໍ່ສ້າງສຳເລັດ. ນີ້ແມ່ນພະພຸດທະເຈົ້າດ້ວຍຫີນປະເສີດໃຫຍ່ທີ່ສຸດຢູ່ໃນໂລກປະຈຸບັນ.