ພື້ນຖານເສດຖະກິດຫວຽດນາມພວມໄປຖືກທິດ
ທ່ານ Roberto Azevedo, ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ
ພາບ: guardian
|
(vovworld)- ພື້ນຖານເສດຖະກິດຫວຽດນາມພວມໄປຖືກທິດ, ນີ້ແມ່ນຄຳຢັ້ງຢືນຂອງທ່ານ Roberto Azevedo, ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ (WTO) ເມື່ອຕີລາຄາກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ຫັນການຄ້າເປັນເສລີ ເມື່ອຕອບສຳພາດຕໍ່ນັກຂ່າວກ່ອນທີ່ມາ ຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງ ວັນທີ 14-15/4. ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ (WTO) Roberto Azevedo ເນັ້ນຫນັກວ່າ: ຫວຽດນາມບັນລຸໄດ້ຄວາມຄືບຫນ້າຫລາຍຢ່າງ ນັບທັງໃນຂົງເຂດເສດຖະກິດ ແລະ ສັງຄົມ. ປະຊາຊົນນັບລ້ານໆຄົນໄດ້ຫລຸດພົ້ນອອກຈາກຄວາມອຶດຫິວທຸກຍາກ. ຫວຽດນາມ ໄດ້ກາຍເປັນຫນຶ່ງໃນບັນດາປະເທດສົ່ງອອກຜະລິດຕະພັນກະເສດແຖວຫນ້າຂອງໂລກ, ແມ່ນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນຢູ່ ອາຊີ. ພື້ນຖານເສດຖະກິດຫວຽດນາມ ພວມມີບົດບາດສຳຄັນໃນພາກພື້ນ ແລະ ໂລກ. ທ່ານ Roberto Azevedo ໃຫ້ຮູ້ວ່າ: ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ ທ່ານຈະພົບປະກັບບັນດາເຈົ້າຫນ້າທີ່ຂອງລັດຖະບານ, ຜູ້ຕາງຫນ້າວິສາຫະກິດ, ບັນດານັກຄົ້ນຄ້ວາ ແລະ ພິຈາລະນາ ເລື່ອງ WTO ອາດຈະຊ່ວຍເຫລືອຫວຽດນາມ ໃນວິວັດການພັດທະນາ. ທ່ານ Roberto Azevedo ຢືນຢັນວ່າ: ນັບແຕ່ເມື່ອເຂົ້າເປັນສະມາຊິກ WTO ໃນປີ 2007, ຫວຽດນາມໄດ້ມີບາງບາດກ້າວເພື່ອຫັນພື້ນຖານເສດຖະກິດເປັນທັນສະໄຫມ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດອັນດູດດື່ມ ແລະ ສະດວກກວ່າ. ຫວຽດນາມ ໄດ້ພັດທະນາເຄືອຂ່າຍບັນດາສັນຍາການຄ້າ ແລະ ເຂົ້າຮ່ວມບັນດາສັນຍາພາກພື້ນຄື: ສັນຍາຄູ່ຮ່ວມມືຂ້າມປາຊີຟີກ TPP.