ພົນເອກເຈີນດ້າຍກວາງໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ

ພົນເອກເຈີນດ້າຍກວາງໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ - ảnh 1
ທ່ານເຈີນ​ດ້າຍກວາງ ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ
ພາບ:http://vnexpress.net

 (vovworld)- ​ ​ທີ່ກອ​ງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 2/4, ພົນ​ເອກ ເຈີນ​ດ້າຍກວາງ, ກຳ​ມະ​ການ​ກົມ​ການ​ເມືອງ, ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ ຫວຽດ​ນາມ ດ້ວຍ​ອັດ​ຕາ​ສ່ວນ​ບັດ​ສະ​ຫນັບ​ສະ​ຫນູນ 91,5%.  ພາ​ຍ​ຫລັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ປະ​ຕິ​ບັດ​ພິ​ທີ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ. ກ່າວ​ຄຳ​ເຫັນ​ຕໍ່​ສະ​ພາ​ແຫ່ງ​ຊາດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ:

        “ດ້ວຍ​ຄວາມ​ເປັນ​ກຽດ, ຄວາມ​ຮັບ​ຜິດ​ຊອບ​ອັນ​ໃຫຍ່​ຫລວງ​ຂອງ​ຜູ້​ນຳ​ລັດ, ປະ​ທານ​ສະ​ພາ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ຂ້າ​ພະ​ເຈົ້າ​ໝັ້ນ​ໝາຍ​ຈະ​ເຮັດ​ຈົ​ນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ,ຮັບ​ໃຊ້​ປະ​ຊາ​ຊົນ, ສ​ືບ​ທອດ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ອັນ​ສະ​ຫງ່າ​ອົງ​ອາດ​ຂອງ​ຊາດ ແລະ ບົດ​ຮຽນ​ຂອງ​ບັນ​ດາ​ທ່ານ​ປະ​ທານ​ປະ​ເທດ​ໃນ​ອາ​ຍຸ​ການ​ກ່ອນນີ້, ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ, ເດັດ​ດ່ຽວ, ຢືດ​ໝັ້ນ​ຕໍ່​ສູ້​ເພື່ອ​ຮັກ​ສາ​ເອ​ກະ​ລາດ ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຜົນ​ປະ​ໂຫຍດ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ຊາດ​ຢ່າງ​ໝັ້ນ​ຄົງ. ສືບ​ຕໍ່​ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຢ່າງ​ຮອບ​ດ້ານ, ຄົບ​ຊຸດ, ເປັນ​ເຈົ້າ​ການ​ຕັ້ງ​ຫນ້າ​ເຊື່ອມ​ໂຍງ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ, ປະ​ກອບ​ສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ພາ​ລະ​ກິດ​ປັກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ເອ​ກະ​ລາດ​ແຫ່ງ​ຊາດ, ປະ​ຊາ​ທິ​ປະ​ໄຕ, ຄວາມ​ກ້າວ​ຫນ້າ​ສັງ​ຄົມ​ໃນ​ໂລກ.”

        ດ້ວຍ​ອັດ​ຕາ​ສ່ວນ​ບັດ​ເຫັນ​ດີ​ສູງ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ລະ​ດັບ​ຄວາມ​ຮູ້, ກຳ​ລັງ​ຄວາມ​ສາ​ມາດ ແລະ ປະ​ສົບ​ການ​ໃນ​ວຽກ​ງານ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຈະ​ສຳ​ເລັດ​ຫນ້າ​ທີ່​ຊື່ງ​ພັກ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.

        ທ່ານ​ເຈີນ​ດ້າຍກວາງ ເກີດ​ວັນ​ທີ 12/10/1956, ​ແມ່ນ ສາດ​ສະ​ດາ​ຈານ. ດ​ຣ ກົ​ດ​ໝາຍ​ວິ​ທະ​ຍາ. ທ່ານ​ໄດ້​ດຳ​ລົງ​ຫລາຍ​ຕຳ​ແຫນ່ງ​ທີ່​ແຕກ​ຕ່າງ​ກັນ​ຢູ່​ສູນ​ກາງ ແລະ ທ້ອງ​ຖິ່ນ. ໄລ​ຍະ 2011-2016 ທ່ານ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ