ພະລາຊີນີອັງກິດ ເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ສາຍພົວພັນຮ່ວມມືກັບຫວຽດນາມ


  ພະລາຊີນີອັງກິດ ເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ສາຍພົວພັນຮ່ວມມືກັບຫວຽດນາມ  - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ສະ​ຫະ​ພັນ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ອັງ​ ກິດ ແລະ ໄອ​ແລນ​ເໜືອ ຫງວຽນ​ວັນ​ຖາວ ​ເຂົ້າ​ຍືນ​ສານ​ຕາ​ຕັ້ງ​ເຖິງ ພະ​ລາ​ຊີ​ນີ​ອັງ​ກິດ Elizabeth II

(vovworld)- ວັນ​ທີ 17/2, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ສະ​ຫະ​ພັນ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ໄອ​ແລນ​ເໜືອ ຫງວຽນ​ວັນ​ຖາວ ໄດ້​ເຂົ້າ​ຍືນ​ສານ​ຕາ​ຕັ້ງ​ເຖິງ ພະ​ລາ​ຊີ​ນີ​ອັງ​ກິດ Elizabeth II . ທີ່​ການ​ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ສະ​ຫະ​ພັນ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ໄອ​ແລນ​ເໜືອ ຫງວຽນ​ວັນ​ຖາວ, ພະ​ລາ​ຊີ​ນີ​ອັງ​ກິດ Elizabeth II ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ຕໍ່​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ. ພະ​ລາ​ຊີ​ນີ​ອັງ​ກິດ Elizabeth II ຍັງ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຕໍ່​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ. ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ສະ​ຫະ​ພັນ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ໄອ​ແລນ​ເໜືອ ຫງວຽນ​ວັນ​ຖາວ ກໍ​ໄດ້​ຢືນ​ຢັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຕົນ​ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນເອກ​ອັກ​ຄະ​ລັດ​ຖະ​ທູດ​ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດໃຫ້​ດີ​ຍິ່ງໆ​ຂຶ້ນ​.

ຂ່າວ/ບົດ​ອື່ນ