ມຸ່ງໄປເຖິງປະຊາຄົມ ອາຊຽນ 2015 - ສັງເກດຈາກບັນດາປະເທດສະມາຊິກ
(ພາບປະກອບ)
(vovworld) – ມຸ່ງໄປເຖິງປະຊາຄົມອາຊຽນ 2015 - ສັງເກດຈາກບັນດາປະເທດສະມາຊິກ, ນີ້ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາໂດຍກະຊວງການຕ່າງປະເທດ ແລະ ໂຄງການພັດທະນາສະຫະປະຊາຊາດ (UNDP) ສົມທົບກັນຈັດຕັ້ງໃນຕອນເຊົ້າວັນທີ 08/01, ຢູ່ຮ່າໂນ້ຍ. ເຂົ້າຮ່ວມການໂອ້ລົມສົນທະນາມີເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດບັນດາປະເທດອາຊຽນ ປະຈຳຮ່າໂນ້ຍ, ຜູ້ຕາງໜ້າກະຊວງການຕ່າງປະເທດ ແລະ ບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ພ້ອມກັບບາງອົງການສື່ມວນຊົນຂອງຫວຽດນາມ. ທີ່ການໂອ້ລົມສົນທະນາ, ຜູ້ແທນໄດ້ແລກປ່ຽນກ່ຽວກັບການກະກຽມຂອງບັນດາປະເທດອາຊຽນ ມຸ່ງໄປເຖິງການສ້າງປະຊາຄົມອາຊຽນ ໃນປີ 2015 ກໍ່ຄືມາດຕະການດ້ານສ່ືສານເພື່ອແນໃສ່ເພີ່ມທະວີຂໍ້ມູນໃຫ້ປະຊາຊົນກ່ຽວກັບອາຊຽນ ແລະ ປະຊາຄົມອາຊຽນ.