ມູນເຊື້ອ,ຄຸນນະທາດແລະຄວາມຮັບຜິດຊອບ
ກອງປະຊຸມສຳມະນາແຫ່ງຊາດ 90 ປີແຫ່ງວັນ
ສື່ມວນຊົນປະຕິວັດ ຫວຽດນາມ
(ພາບ: Thy Hạt)
(vovworld) – 90 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ: ມູນເຊື້ອ, ຄຸນນະທາດ ແລະຄວາມຮັບຜິດຊອບ. ນັ້ນແມ່ນຊື່ຂອງກອງປະຊຸມສຳມະນາທີ່ຈັດຕັ້ງໃນຕອນເຊົ້າວັນທີ 18/6, ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925-21/6/2015). ດ້ວຍການພັດທະນາຢ່າງແຮງຂອງ 4 ຮູບການ, ສື່ມວນຊົນໄດ້ມີການປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງພາລະກິດປ່ຽນໃໝ່ປະເທດຊາດ. ສື່ມວນຊົນໄດ້ຄົ້ນພົບ, ຕໍ່ສູ້ຢ່າງຂ້ຽວຂາດກັບບັນດາການກະທຳສໍ້ລາດບັງຫຼວງ, ການຟຸມເຟືອຍ, ອາດຍາສິດ, ການຫຍໍ້ທໍ້ ແລະ ບັນດາໄພສັງຄົມ; ເຂົ້າຮ່ວມການຕິດຕາມກວດກາ, ໄຈ້ແຍກຕີລາຄານະໂຍບາຍ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ…ພ້ອມທັງຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ; ຕໍ່ສູ້ປະຕິເສດ
ບັນດາຂ່າວ, ທັດສະນະທີ່ຜິດພາດ, ເປັນປໍລະປັກ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ ແລະ ບັນດາລະບອບສັງຄົມນິຍົມ, ແມ່ນເວທີປາໄສທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ບັນດາບົດທາບທາມທີ່ກອງປະຊຸມສຳມະນາໄດ້ຍົກສູງບົດບາດໜ້າທີ່ຂອງບັນດາຜູ້ເຮັດວຽກງານສື່ມວນຊົນ, ຍົກສູງຄຸນນະທາດດ້ານການເມືອງ, ຈັນຍາບັນຂອງນັກຂ່າວ; ພ້ອມທັງສະເໜີບັນດາມາດຕະການ ເພື່ອແນໃສ່ຍົກສູງຄຸນນະພາບສື່ມວນຊົນໃນໄລຍະຈະມາເຖິງ. ເມື່ອເຕື້ອງເຖິງຈັນຍະບັນຂອງຜູ້ເຮັດວຽກງານສື່ມວນຊົນ, ທ່ານ ຫງວຽນເທ໋ກີ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຖືວ່າ: ຄຽງຂ້າງການຍົກສູງລະດັບດ້ານການເມືອງ, ວັດທະນະທຳ, ວິຊາສະເພາະ, ນັກຂ່າວແຕ່ລະຄົນຄວນເອົາໃຈໃສ່ເຖິງຈັນຍາບັນຂອງຜູ້ເຮັດວຽກງານສື່ມວນຊົນ.