ມອບລາງວັນຫງວຽນວັນໂຈ້ຍໃຫ້ຊາວໜຸ່ມ,ກຳມະກອນທີ່ດີເດັ່ນ36ຄົນ

ມອບລາງວັນຫງວຽນວັນໂຈ້ຍໃຫ້ຊາວໜຸ່ມ,ກຳມະກອນທີ່ດີເດັ່ນ36ຄົນ - ảnh 1
ພິ​ທີມວບລາງວັນຫງວຽນວັນໂຈ້ຍໃຫ້ຊາວໜຸ່ມ,
ກຳມະກອນທີ່ດີເດັ່ນ36ຄົນ
(ພາບ: qdnd.vn)

(vovworld) - ​​​ ​​​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 34 ປີ​ແຫ່ງວັນ​ມູນ​ເຊື້ອ​ຊາວ​ໜຸ່ມ, ​ກຳມະ​ກອນ​ນະ​ຄອນ (15/10/1982 – 15/10/2016), ຕອນ​ຄ່ຳ​ວັນ​ທີ 16/10, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ ແລະ ມອບ​ລາງວັນ ຫງວຽນ​ວັນ​ໂຈ້ຍ ຄັ້ງ​ທີ 9 ໃຫ້​ຊາວ​ໜຸ່ມ, ກຳ​ມະ​ກອນ​ດີ​ເດັ່ນ 36 ຄົນ. ນີ້​ແມ່ນ​ບັນ​ດາ​ແບບ​ຢ່າງ​ຊາວ​ໜຸ່ມ, ກຳ​ມະ​ກອນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວິ​ວັດ​ການ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ, ມີ​ບັນ​ດາ​ຂໍ້​ລິ​ເລີມ, ມີມາດ​ຕະ​ການຍົກ​ສ​ູງສະ​ມັດ​ຕະ​ພາບ​ແຮງ​ງານ, ​ສ້າງຜົນ​ປະ​ໂຫຍດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ສັງ​ຄົມ.

        ລ​າງວັນ ຫງວຽນ​ວັນ​ໂຈ້ຍ ​ເລີ່ມ​ມີ​ມາ​ແຕ່​ປີ 2008, ເພື່​ອ​ແນ​ໃສ່​ເຊີດ​ຊູ ແລະ ທະ​ວີ​ຄູນ​ບັນ​ດາ​ແບບ​ຢ່າງ​ຊາວ​ໜຸ່ມ, ກຳ​ມະ​ກອນ​ທີ່​ດີ​ເດັ່ນ ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ອອກ​ແຮງ​ງານ, ມີ​ບັນ​ດາ​ຂໍ້​ລິ​ເລີ່ມ, ​ຫົວ​ຄິດ​ປະ​ດິດ​ສ້າງ​ຖືກ​ນຳ​ໃ​ຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​​ພຶດ​ຕິ​ກຳຕົວ​ຈິງ ຫຼ​ື ມີ​ຜົນ​ງານ​ຫຼາຍ​ຢ່າງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ນະ​ຄອນ.

ຂ່າວ/ບົດ​ອື່ນ