ມອບລາງວັນ “ວິສາຫະກິດເພື່ອຄົນງານປີ 2016”
(ພິທີມອບລາງວັນ “ວິສາຫະກິດເພື່ອຄົນງານປີ 2016”)
(vovworld)- ຕອນເຊົ້າວັນທີ 29/10 ຢູ່ ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ສົມທົບກັບ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຫ້ອງການການຄ້າ ອຸດສາຫະກຳ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນ “ວິສາຫະກິດເພື່ອຄົນງານປີ 2016”. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ວິສາຫະກິດ 15 ແຫ່ງ, ຊື່ງແມ່ນບັນດາຫົວຫນ່ວຍນຳຫນ້າ, ມີຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການເຮັດວຽກ, ມີຄວາມເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງກຳມະກອນ, ສ້າງສະພາບແວດລ້ອມວັດທະນະທຳວິສາຫະກິດທີ່ປອດໄສ, ດຳເນີນທຸລະກິດສະຖຽນລະພາບ ແລະ ມີຄວາມກ້າວຫນ້າ, ມຸ່ງໄປເຖິງການພັດທະນາແບບຍືນຍົງໃນວິວັດການເຊື່ອມໂຍງ ແລະ ພັດທະນາ. ກ່າວຄຳເຫັນທີ່ພິທີ, ທ່ານ ບູ່ຍວັນເກືອງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໃຫ້ຮູ້ວ່າ:
“ລາງວັນວິສາຫະກິດເພື່ອຄົນງານໄດ້ຮັບການຕອບສະຫນອງຢ່າງຕັ້ງຫນ້າຈາກວິສາຫະກິດ ແລະ ນັກທຸລະກິດ. ບັນດາວິສາຫະກິດໄດ້ຮັບລາງວັນໃນມື້ນີ້ບໍ່ພຽງແຕ່ເສີມຂະຫຍາຍຄູນປະໂຫຍດໃນວຽກງານຂອງຕົນເທົ່ານັ້ນ ຫາກຍັງທະວີຄູນບັນດາແບບຢ່າງ ເພື່ອປະກອບສ່ວນສ້າງປະຊາຄົມວິສາຫະກິດໃຫ້ນັບມື້ນັບເຕີບໃຫຍ່ ມີກຳລັງແຮງພຽງພໍເພື່ອເຊື່ອມຕົວ.”