(VOVWORLD) -ຕອນບ່າຍວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດພິທີມອບຫຼຽນໄຊທີ່ລະນຶກ “ເພື່ອສັນຕິພາບມິດຕະພາບລະຫວ່າງຊາດ” ໃຫ້ແກ່ທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ
ພາບ: TTXVN
|
ພິທີ່ດັ່ງກ່າວຈັດຂຶ້ນເນື່ອງໃນໂອກາດທ່ານສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ ເພື່ອແນໃສ່ ແລະ ເຊີດຊູບັນດາການປະກອບສ່ວນອັນມີຄ່າຂອງທ່ານ ໃນການປັບປຸງ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ, ການພົວພັນມິດຕະພາບ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ຍີ່ປຸ່ນ.
ໃນໄລຍະເວລາ 3 ປີເຄິ່ງທີ່ປະຕິບັດງານຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ Umeda Kunio ຍາມໃດກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດ ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ພັດທະນາຮອບດ້ານໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ… ທ່ານເອກອັກຄະລັດຖະທູດ Umeda Kunio ກໍ່ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນສອງປະເທດ; ຊຸກຍູ້ການປະຕິບັດການຊ່ວຍເຫຼືອຫຼ້າໃຫ້ແກ່ບັນດາໂຄງການອຸປະຖຳຂອງລັດຖະບານຍີ່ປຸ່ນ ຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ.