ມະຕິກ່ຽວກັບກອງປະຊຸມປະຈຳເດືອນ1/2014ຂອງລັດຖະບານຫວຽດນາມ

 ມະຕິກ່ຽວກັບກອງປະຊຸມປະຈຳເດືອນ1/2014ຂອງລັດຖະບານຫວຽດນາມ - ảnh 1
ກອງ​ປະຊຸມ​ປະຈຳ​ເດືອນ​ 1/2014 ຂອງ​ລັດຖະບານ
photo:chinhphu.vn


(vovworld) - ວັນ​ທີ 27/1, ລັດຖະບານ​ໄດ້​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ກອງ​ປະຊຸມ​ປະຈຳ​ເດືອນ​ 1/2014 ຂອງ​ລັດຖະບານ. ຕາມ​ນັ້ນ​ແລ້ວ, ລັດຖະບານ​ໄດ້​ເປັນ​ເອກະ​ພາບ, ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ ນັບ​ແຕ່​ຊຸມ​ມື້​ຕົ້ນ​ປີ. ລັ​ດຖະບານ​ສະ​ເຫ​ນີ​ໃຫ້​ບັນດາ​ກະ​ຊວງ, ອົງການ, ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຮັບປະກັນ​ຄວາມ​ຄືບ​ຫນ້າ​ປະຕິບັດ​​ໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ປີ 2014 ​ນັບ​ແຕ່​ຊຸມ​ເດືອນ​ຕົ້ນ​ປີ. ລັດຖະບານ ສະ​ເຫ​ນີ ທະນາຄານ​ແຫ່ງ​ລັດ ຫວຽດນາມ ຊີ້​ນຳ​ການ​ຊຸກຍູ້​ດ້ານ​ສິນ​ເຊື່ອ​ເພື່ອ​ຮັບ​​ໃຊ​້ການ​ຜະລິດ, ​ດຳ​ເນີນ​ທຸລະ​ກິດ ພາຍຫລັງ​ບຸ​​ນ​ເຕັດ. ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເປັນ​ເຈົ້າພາບ, ສົມທົບ​ກັບ​ບັນດາ​ກະຊວ​ງ, ຂະ​ແຫນງ​ການ, ອຳນາດ​ການ​ປົກຄອງ​ບັນດາ​ທ້ອງ​ຖິ່ນ ທະວີຄູນຮູບ​ແບບ​ຮັກສາ​ລາຄາ​​ຢູ່​ທ້ອງ​ຕະຫລາດ​ໃຫ້​ເປັນ​ປົກກະຕິ​ໃນ​ໂອກາດ​ບຸນ​ເຕັດ ​ແລະ ຫລັງ​ບຸນ​ເຕັດ. ນອກ​ນັ້ນ ລັດຖະບານ ສະ​ເຫ​ນີກະຊວງ​ຕຳຫລວດ​ ສົມທົບ​ກັບ​ບັນດາ​ອົງການ, ທ້ອງ​ຖິ່ນ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ໃນ​ທົ່ວສັງຄົມ.

ຂ່າວ/ບົດ​ອື່ນ