ມື້ເຮັດວຽກທີ5ຂອງກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກຊຸດທີ11

ມື້ເຮັດວຽກທີ5ຂອງກອງປະຊຸມຄັ້ງທີ10ຄະນະບໍລິຫານງານສູນກາງພັກຊຸດທີ11 - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ
​ພັກກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 11
ພາບ:TTXVN
(vovworld)-​ ວັນ​ທີ 9/1, ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 11 ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ທີ 5. ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ດຳ​ເນີນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຢູ່​ຫໍ​ປະ​ຊຸມ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ຮ່າງ​ບົດ​ລາຍ​ງານ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ ຄື​ແຕ່​ປີ 2011-2015 ແລະ ທິດ​ທາງ, ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ ຄື​ແຕ່​ປີ 2016-2020 ຍື່​ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເປັນ​ປະ​ທານ​ວາ​ລະ​ປຶກ​ສາ​ຫາ​ລື. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ກຳ​ມະ​ການ​ກົມ​ການ​ເມືອງ ໄດ້​ອ່ານ​ບົດ​ສະ​ເຫນີ​ຂອງ​ຄະ​ນະ​ກຳ​ມະ​ການ​ພັກ​ ລັດ​ຖະ​ບານ ກ່ຽວ​ກັບແຜນ​ຮ່າງ​ຫລຸດ​ຜ່ອນ​ພະ​ນ​ັກ​ງານ​ບັນ​ຈຸ ແລະ ສ້າງ​ໂຄງ​ປະ​ກອບ​ຖັນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນ​ຄືນ​ໃຫມ່. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ອ່ານ​ບົດ​ສະ​ເຫນີ​ຂອງ​ຄະ​ນະ​ກຳ​ມະ​ການ​ພັກ​ລັດ​ຖະ​ບານ ກ່ຽວ​ກັບ​ແຜນ​ຮ່າງວາງ​ແຜນ​ກຳ​ນົດ ແລະ ຄຸ​້ມ​ຄອງ​ສື່ມວນ​ຊົນ​ທົ່ວ​ປະ​ເທດ​ຮອດ​ປີ 2025. ຫລັງ​ຈາກນັ້ນ ສູນ​ກາງ​ພັກ ຄົ້ນ​ຄ້​ວາ​ຢູ່​ຕາມ​ຫນ່ວຍ​ເພື່ອ​ປຶກ​ສາ​ຫາ​ລື​ແຜນ​ຮ່າງ 2 ສະ​ບັບ​ດັ່ງ​ກ່າວ.
ຂ່າວ/ບົດ​ອື່ນ