ຢູແກຼນແລະIMFປຶກສາຫາລືກ່ຽວກັບບ້ວງເງິນໜູນຊ່ວຍ40ຕື້USD
ທ່ານປະທານາທິບໍດີ ຢູແກຼນ Petro Poroshenko
(ພາບ: AFP)
|
(vovworld) - ວັນທີ 12/2, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ທ່ານນາງ Christine Lagarde ໄດ້ຖະແຫຼງວ່າ: IMF ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບບ້ວງເງິນໜູນຊ່ວຍໃຫ້ແກ່ ກີແອບ ທີ່ມີມູນຄ່າ 40 ຕື້ USD ໃນໄລຍະ 4 ປີ, ໃນນັ້ນ IMF ສະໜອງ 17,5 ຕື້ USD. ແທນທີນັ້ນ, ຢູແກຼນ ຕ້ອງປະຕິຮູບພື້ນຖານເສດຖະກິດຢ່າງເລິກເຊິ່ງ ແລະ ກ້ວາງຂວາງ ແລະ ສ້າງໂຄງປະກອບກຸ່ມບໍລິສັດ ອາຍແກັດແຫ່ງລັດ Naftogas ຄືນໃໝ່ເພື່ອໄດ້ຮັບບ້ວງເງິນນີ້. ກ່າວຄຳເຫັນທີ່ ບຣຸກແຊນ, ປະເທດແບນຊິກ, ຫົວໜ້າ IMF, ເນັ້ນໜັກວ່າ: ຄາດວ່າໃນທ້າຍເດືອນ 2 ນີ້, ຂໍ້ຕົກລົງນີ້ຈະໄດ້ຍື່ນສະເໜີຕໍ່ຄະນະການນຳ IMF ເພື່ອພິຈາລະນາ, ໃຫ້ສັດຕະຍາບັນ. ນອກຈາກບ້ວງສິນເຊື່ອ 17,5 ຕື້ USD ແລະ IMF, ທີ່ສະໜອງ ໃຫ້ບ້ວງໜູນຊ່ວຍນີ້ແມ່ນສະຫະພາບເອີລົບ (ອີຢູ) ແລະ ບັນດາປະເທດສະມາຊິກໃນກຸ່ມ, ກໍ່ຄືບັນດານັກລົງທຶນພາກເອກະຊົນ.