ຢູແກຼນ ແລະ ອາຊຽນ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
(VOVWORLD) - ວັນທີ 09 ກໍລະກົດ, ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ອາຊຽນ ທີ່ປະຈໍາຢູ່ ຢູແກຼນ ເຊິ່ງລວມມີ ຫວຽດນາມ, ມາເລເຊຍ ແລະ ອິນໂດເນເຊຍ ໄດ້ມີການເຮັດວຽກກັບ ທ່ານ Dmytro Kuleba ລັດຖະມົນຕີການຕ່າງປະເທດ ຢູແກຼນ ເພື່ອປຶກສາຫາລືກ່ຽວກັບທິດທາງຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດ ສະມາຊິກ ອາຊຽນ ກັບ ຢູແກຼນ.
ການເຮັດວຽກ ລະຫວ່າງສອງຝ່າຍ (ພາບ: TTXVN) |
ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຢູແກຼນ ຫງວຽນແອັງຕ໊ວນ ສະເໜີໃຫ້ກະຊວງການຕ່າງປະເທດ ຢູແກຼນ ໜູນຊ່ວຍ, ຊຸກຍູ້ການຈັດຕັ້ງການປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ - ຢູແກຼນ, ກອງປະຊຸມຄັ້ງທີ 15 ຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ, ກອງປະຊຸມຄັ້ງທີ 17 ຄະນະກໍາມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານ; ສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນຫວຽດນາມ ອາໄສ ຢູ່ ຢູແກຼນ ເຊື່ອມຕົວເຂົ້າກັບສັງຄົມຂອງປະເທດປະຈໍາຖິ່ນຢ່າງຄົບຖ້ວນ ແລະ ຮອບດ້ານ ກໍຄື ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ກິດຈະການແຫ່ງການພັດທະນາເສດຖະກິດ - ສັງຄົມຢູ່ ຢູແກຼນ ແລະ ສະໜັບສະໜູນຕໍ່ການແຕ່່ງຕັ້ງຫົວໜ້າກົງສູນກິດຕິມະສັກຂອງຫວຽດນາມ ຢູ່ນະຄອນ Odesa.
ກ່ອນໜ້ານັ້ນ, ວັນທີ 8 ກໍລະກົດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຢູແກຼນ ຫງວຽນແອັງຕວ໊ນ ໄດ້ມີການເຮັດວຽກກັບທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ H. Yuddy Chrisnandi ເພື່ອປຶກສາຫາລືກ່ຽວກັບແຜນການຈັດຕັ້ງ “ວັນ ອາຊຽນ” ຢູ່ Kiew.