ລົງນາມໃນສັນຍາການຄ້າຊາຍແດນລະຫວ່າງຫວຽດນາມ-ລາວ

ລົງນາມໃນສັນຍາການຄ້າຊາຍແດນລະຫວ່າງຫວຽດນາມ-ລາວ - ảnh 1
ພິທີລົງ​ນາ​ມ​ໃນ​ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ-ລາວ
(ພາບ: baonghean.vn)


​(vovworld) – ຕອນ​ບ່າຍ​ວັນ​ທີ 27/06, ຢູ່​ແຂວງ ​​​ເງ້ອານ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມໃນ​ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ລັດຖະບານ​ສສ.ຫວຽດນາມ ​ແລະ ລັດຖະບານ​ສປປ.ລາວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ພິທີ​ລົງ​ນາມ​ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ-ລາວ ຄັ້ງ​ນີ້​ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ​, ສ້າງ​ເງື່ອນ​ໄຂ​ດ້ານ​ກົດໝາຍ​ເພື່ອ​ໃຫ້ການ​ຮ່ວມ​ມື​ພັດທະນາ​ການຄ​້າ ​ແທດ​​ເໝາະ​ກັບ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​, ການ​ຮ່ວມ​ມືຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ. ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ-ລາວ ​ມີ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ຄື: ຂໍ້​ກຳນົດ​ການ​​ເຄື່ອນ​ໄຫວ​ຄ້າຂາຍ, ​ແລກປ່ຽນ​ສິນຄ້າ​ຂອງ​ນັກທຸລະກິດ, ປະຊາຊົນ​ເຂດ​ຊາຍ​ແດນ; ​​ໃຫ້​ບຸລິມະສິດອັດຕາພາສີ​ນຳ​ເຂົ້າ​ 0% ​​ໃຫ້​ສິນຄ້າ​ມີ​ຕົ້ນ​ກຳ​ເນີດຈາກ​ຫວຽດນາມ ​ແລະ ລາວ. ນອກ​ນັ້ນ, ສັນຍາ​ຍັງ​ກຳນົດ​ກ່ຽວ​ກັບ​ການ​ຊຳລະ​ໃນ​ການ​ຄ້າ​ຊາຍ​ແດນ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​​ເຄື່ອນ​ໄຫວສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ​ແລະ ທ່​ອງທ່ຽວ​ຜ່ານ​ຊາຍ​ແດນ; ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ການ​ຄ້າ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ…

ຂ່າວ/ບົດ​ອື່ນ