ລົງມືກໍ່ສ້າງສາຍກາບ ໄຟຟ້າໃຕ້ທະເລຂະໜາດໃຫຍ່ກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້

ລົງມືກໍ່ສ້າງສາຍກາບ ໄຟຟ້າໃຕ້ທະເລຂະໜາດໃຫຍ່ກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ພິທີເລີ່ມລົງມືກໍ່ສ້າງ
(ພາບ: Hữu Công)


(vovworld) – ​ໂຄງການກໍ່ສ້າງສາຍ​ກາບ ​ໄຟຟ້າ ​ໃຕ້​ທະ​ເລ ຮ່າ​ຕຽນ - ຟູ໋ກວົກ ​ແມ່ນ​ໂຄງການ​ທີ່​ມີ​ຂະໜາດ​ໃຫຍ່, ​ເຕັກ​ໂນ​ໂລ​ຢີສັບສົນ ​ແລະ ​ເປັນ​ເທື່ອ​ທຳ​ອິດ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ຫວຽດນາມ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ສາມາດ​ສະໜອງ​ໄຟຟ້າ​ຢ່າງ​ລຽນຕິດ ​ແລະ ໝັ້ນຄົງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ເມືອງ​ເກາະ ຟູ໋ກວົກ, ພ້ອມ​ທັງ​ເຮັດ​ໃຫ້​ຟູ໋ກວົກ ພັດທະນາ​ກາຍ​ເປັນ​ເຂດ​ເສດຖະກິດ - ບໍລິຫານ​ພິ​ເສດ, ​ເປັນ​ໃຈກາງ​ທ່ອງ​ທ່ຽວ​ຜັກ​ຜ່ອນ​ລະດັບ​ສູງ...ຕາມ​ຄາດໝາຍ​ຂອງ​ລັດຖະບານ.

ກ່າວ​ຄວາມ​ເຫັນ​ທີ່​ພິທີ​ລົງມື​ກໍ່ສ້າງ​ໃນ​ວັນ​ທີ 17/11 ຢູ່​ຕາ​ແສງ ຮ່າ​ມນິງ, ​ເມືອງ​ຟູ໋ກວົກ, ​ແຂວງ​ກຽນ​ຢາງ, ທ່ານ ຫວູຮູ​ຍຮ່ວາງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ​ເນັ້ນ​ໜັກ​ວ່າ:

​ເລື່ອງ​ນຳ​ເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ​ເຖິງ​ບັນດາ​ເມືອງ, ຕາ​ແສງ, ​ເກາະ​ທີ່​ບໍ່​ທັນ​ມີ​ໄຟຟ້າ ​ແມ່ນ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ຖືກຕ້ອງ​ທີ່​ສຸດ​ຂອງ​ລັດ​ໃນ​ຫຼາຍ​ປີ​ມາ​ນີ້. ຜ່ານ​ນັ້ນ, ບໍ່​ພຽງ​ແຕ່​ປະກອບສ່ວນ​ຊຸກຍູ້​ເສດຖະກິດ​, ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ, ພິ​ເສດ​ແມ່ນ​ຢູ່​ບັນດາ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ທະ​ເລ, ໝູ່​ເກາະ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຮັກສາ​ອະທິປະ​ໄຕ​​ແຫ່ງ​ຊາດ ​ແລະ ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ອີກ​ດ້ວຍ “.

​ໂຄງການ​ໂດຍ​ບໍລິສັດ​ໃຫຍ່​ໄຟຟ້າ​ພາກ​ໃຕ້ລົງທຶນ ດ້ວຍ​ຍອດ​ຈຳນວນ​ທຶນ 2.340 ຕຶ້ດົ່ງ, ຄາດ​ວ່າ​ຈະອັດ​ໄຟຟ້າ​ກ່ອນ​ບຸນປີ​ໃໝ່​ປະຈຳ​ຊາດ​ປີ 2014, ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ປະຊາຊົນ​ຢູ່​ເມືອງ​ເກາະ​ຟູ໋ກວົກ.

ຂ່າວ/ບົດ​ອື່ນ