ລັດຖະບານລາວຈັດຕັ້ງກອງປະຊຸມປະຈຳປີ2013-2014

ລັດຖະບານລາວຈັດຕັ້ງກອງປະຊຸມປະຈຳປີ2013-2014 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ ທຳ​ມະ​ວົງ

(vovworld) – ​ກອງ​ປະ​ຊຸມ​ປະ​ຈຳ​ປີ​​ 2013 – 2014 ຂອງ​ລັດ​ຖະ​ບານ ລາວ ຖືກໄຂ​ຂຶ້ນ​ໃນ​ວັນ​ທີ 22/9. ໃນ 3 ວັນ​ດຳ​ເນີນກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສ​ຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຄື: ວຽກ​ງານ​ກະ​ກຽມ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊ​ຽນ 2015, ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມປີ​ 2013 – 2014, ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 13/ນາ​ຍົກ​ລັດ​ຖະ​ມົນ​ຕີ, ​ລົງວັນ​ທີ 11/4/2012 ກ່ຽວ​ກັບ​ການ​ຢຸດ​ຕິບັນ​ດາ​ໂຄງ​ການ​ລົງ​ທຶນ​ໃໝ່​ໃນ​ຂົງ​ເຂດບໍ່​ແຮ່, ປູກ​ຢາງ​ພາ​ລາ ແລະ ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ​ໃນ​ທົ່ວ​ປະ​ເທດ​ລາວ​ໂດຍ​ຊົ່ວ​ຄາວ, ຮັບ​ຮອງ​ເອົາ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເສດ​ຖະ​ກິດ - ສັງ​ຄົມ​ປີ​ 2014 – 2015, ບຸ​ລິ​ມະ​ສິດ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຈຸດ​ສຸມ​ຂອງ​ລັດ, ລາຍ​ງານ​ສະ​ພາ​ບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ງົບ​ປະ​ມານ​ປີ​ການ​ເງິນ 2013 – 2014 ແລະ ປະ​ກາດ​ແຜນ​ການ​ງົບ​ປະ​ມານ​ປີ​ 2014 – 2015, ສະ​ຫລຸບ, ຕ​ີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ປີ​ 2013 – 2014 ແລະ ແຜນ​ການ​ຈຸດ​ສຸມ​ໃນ​ປີ​ 2014 – 2015. . .  ກອງ​ປະ​ຊຸມ​ຂອງ​ລັດ​ຖະ​ບານ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ແລະ ແມ່ນ​ປີ​ບານ​ພັບໃຫ້​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ 5 ປີ​ຄັ້ງ​ທີ 7 ຂອງ ສ​ປ​ປ​ ລາວ.

 


ຂ່າວ/ບົດ​ອື່ນ