(vovworld) – ທີ່ການປະຊຸມຂ່າວປະຈຳເດືອນຂອງລັດຖະບານ ເຊິ່ງດຳເນີນໄປໃນຕອນບ່າຍວັນທີ 31/07, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫງວຽນວັນເນັນ ໄດ້ທົບທວນຄືນບັນດາໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດເດືອນ 07 ແລະ 7 ເດືອນຕົ້ນປີ 2014 ຢ່າງພໍສົມຄວນ, ພ້ອມທັງຢືນຢັນວ່າ ລັດຖະບານຈະສຸມໃສ່ຊີ້ນຳບໍລິຫານຢ່າງຂ້ຽວຂາດດ້ວຍຫຼາຍມາດຕະການ ເພື່ອນຳມາເຊິ່ງປະສິດທິຜົນຢ່າງລະອຽດໃນການພັດທະນາເສດຖະກິດສັງຄົມໃນຊຸມເດືອນທ້າຍປີ 2014. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງວ່າ ນັບແຕ່ເດືອນ 08 ເປັນຕົ້ນໄປຕ້ອງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດ, ປ່ອຍເງິນໃຫ້ແກ່ບັນດາໂຄງການລົງທຶນພາກລັດ, ລະດົມແຫຼ່ງກຳລັງພາຍໃນ ແລະ ຕ່າງປະເທດໃຫ້ແກ່ການພັດທະນາ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຄຽງຂ້າງນັ້ນ, ຕ້ອງເອົາໃຈໃສ່ເຖິງການປະຕິຮູບດ້ານການບໍລິຫານຕາມທິດເປີດເຜີຍ, ກະຈ່າງແຈ້ງ, ມີການຕິດຕາມກວດກາຂອງປະຊາຊົນ.
ແລະກໍ່ໃນການປະຊຸມຂ່າວ, ທ່ານລັດຖະມົນຕີ ຫງວຽນວັນເນັນ ໄດ້ຕອບບາງບັນຫາທີ່ຫາງສຽງສາກົນພວມສົນໃຈ. ລະອຽດແມ່ນ ສະພາບຄວາມປອດໄພທາງການບິນໃນປະຈຸບັນພາຍຫຼັງອຸບັດຕິເຫດເກີດຂຶ້ນຢ່າງຕໍ່ເນື່ອງຢູ່ໃນໂລກ, ທ່ານລັດຖະມົນຕີໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ທ່ານຮອງນາຍົກລັດຖະມົນ ຮ່ວາງຈູງຫາຍ ໄດ້ຈັດກອງປະຊຸມ ແລະ ມີຕຳສັ່ງຄຳຊີ້ນຳຢ່າງຂ້ຽວຂາດ ເພື່ອໃຫ້ກະຊວງຄົມມະນາຄົມສົນສົ່ງ ກວດກາສະພາບການຢ່າງລະອຽດ ແນໃສ່ຮັບປະກັນຄວາມປອດໄພດ້ານການບິນ. ສຳລັບສະພາບຄົນງານຫວຽດນາມ ຢູ່ບັນດາເຂດເກີດການປະທະກັນຢູ່ລີບີ, ທ່ານລັດຖະມົນຕີ ຫງວຽນວັນເນັນ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ຄົນງານ ພ້ອມທັງເຊື່ອມຕໍ່ໂທລະສັບສາຍດ່ວນກັບລີບີ 24/24 ຊົ່ວໂມງ ເພື່ອຮັບມືກັບທຸກສະຖານະກອນອາດຈະເກີດຂຶ້ນຢ່າງທັນການ.