(vovworld) - ວັນທີ 07/12, ລັດຖະບານອິນເດຍ ໂດຍທ່ານນາຍົກລັດຖະມົນຕີ Narendra Modi ເປັນປະທານ, ໄດ້ຮັບຮອງເອົາບົດບັນທຶກຊ່ວຍຈຳ (MoU) ລະຫວ່າງອິນເດຍ ແລະ ຫວຽດນາມ ກ່ຽວກັບການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ. MoU ດັ່ງກ່າວເພື່ອແນໃສ່ຮັບໃຊ້ຈຸດປະສົງພັດທະນາການຮ່ວມມືຢ່າງໝັ້ນຄົງຍາວນານ ບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດຂໍ້ມູນຂ່າວສານຕາມກົດໝາຍ ແລະ ຂໍກຳນົດຂອງແຕ່ລະປະເທດ. ເລື່ອງປະຕິບັດ MoU ຕາມຂັ້ນຕອນດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດພໍສົມຄວນໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ທັງ 2 ຝ່າຍ, ຜ່ານການສ້າງກົນໄກ ແລະ ກຳລັງຄວາມສາມາດໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ. MoU ດັ່ງກ່າວຈະມີຜົນສັກສິດໃນໄລຍະປະມານ 5 ປີ ແລະ ໄດ້ສ້າງໃໝ່ຜ່ານຄວາມເຫັນດີດ້ວຍເອກະສານລະຫວ່າງອິນເດຍ ແລະ ຫວຽດນາມ. ບົດບັນທຶກຊ່ວຍຈຳນີ້ຈະໄດ້ຮັບການປະຕິບັດຜ່ານການສ້າງຕັ້ງກຸ່ມເຮັດວຽກລວມກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ດ້ວຍຜູ້ຕາງໜ້າຂອງທັງ 2 ປະເທດ.