ລັດຖະບານແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ

ລັດຖະບານແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ - ảnh 1
ພາບປະກອບ

(vovworld) - ລັດຖະບານ​ຫາ​ກໍ​ປະກາດ​ໃຊ້​ມະຕິ 13 ກ່ຽວ​ກັບ​ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ​້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ໜູນ​ຊ່ວຍ​ຕະຫຼາດ, ​ໃນ​ນັ້ນ​ມີ​ບັນດາ​ມາດ​ຕະການ​ຕໍ່​ກຳນົດ​ເວລາ​ເກັບ​ພາສີ​ມູນ​ຄ່າ​ເພີ່ມ, ພາສີ​ລາຍ​ຮັບ​ຕໍ່​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ, ຫຼຸດຜ່ອນ​ຄ່າ​ເຊົ່າທີ່​ດິນ. ມະຕິ​ໄດ້​ຊີ​້ແຈງວ່າ: ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ລັດຖະມົນ​ຕີ, ຫົວໜ້າ​ອົງການ​ທຽບ​ເທ່ົາ​ກະຊວງ, ອົງການ​ຂຶ້ນ​ກັບ​ລັດຖະບານ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ອີງຕາມ​ພາລະ​ໜ້າ​ທີ່, ໜ້າ​ທີ່ ​ທີ່​ໄດ້​ຮັບມອບ​ໝາຍ​​ເປັນ​ເຈົ້າ​ການ​ໃກ້​ສິດ​ຕິດ​ແທດ​ກັບສະພາບ​​ຕົວ​ຈິງ, ສຸມ​ໃສ່​ຊີ້ນ​ຳການປະຕິບັດ​ຢ່າງ​ຄົບ​ຊຸດ, ​ເດັດຂາດ, ມີ​ປະສິດທິ​ຜົນ​ບັນດາ​ໜ້າ​ທີ່, ມາດ​ຕະການ​ຕາມ​ມະຕິ​ຂອງ​ພັກ, ສະພາ​ແຫ່ງ​ຊາດ, ມະຕິ​​ເລກທີ 1 ວັນ​ທີ 3/1/2012 ຂອງ​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຕົ້ນ​ຕໍ່ ​ໃນ​ການຊີ້​ນຳ​ບໍລິຫານ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງ​ຄົ​ມ ​ແລະ ຄາດ​ຄະ​ເນ​ງົບປະມານ​ແຫ່ງ​ລັດ​ປີ 2012 ​ແລະ ບັນດາ​ມາດ​ຕະການ​ແທດ​ຈິງ, ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ຕົວ​ຈິງ. ລັດຖະບານ​ກໍ​ຮຽກຮ້ອງ​ໃຫ້​ບັນດາ​ລັດຖະມົນຕີ, ຫົວໜ້າ​ອົງການ​ທຽບ​ເທົ່າ​ກະຊວງ, ​ອົງການ​ຂຶ້ນ​ກັບ​ລັດຖະບານ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ສຸມ​ໃສ່​ຊີ້ນ​ຳບໍລິຫານ, ຜັນ​ຂະຫຍາຍການ​ປະຕິບັດ​ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ໜູນ​ຊ່ວຍ​ຕະຫຼາດ.

ຂ່າວ/ບົດ​ອື່ນ