( vovworld ) – ວັນທີ 6/4, ທ່ານລັດຖະມົນຕີກະຊວງຊັບພະຍາກອນສິ່ງແວດລ້ອມ Nguyen Minh Quang ໄດ້ມີການໂອ້ລົມສົນທະນາໂດຍກົງຜ່ານເຄື່ອຂ່າຍອີນເຕີແນດກັບປະຊາຊົນຢູ່ປະຕູຖານຂໍ້ມູນລັດຖະບານ. ການເຈລະຈາສຸມໃສ່ບາງບັນຫາຕົ້ນຕໍຄື ທີ່ດິນ, ແຮ່ທາດ ແລະ ການປ່ຽນແປງຂອງດິນຟ້າອາກາດ. ເຂົ້າຮ່ວມການໂອ້ລົມສົນທະນາຍັງມີບັນດາການນຳ, ກົມ, ທະບວງກົມສັງກັດກະຊວງຊັບພະຍາກອນສິ່ງແວດລ້ອມ. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ປະຕິບັດຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung ທີ່ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີການພົບປະແລກປ່ຽນ, ໂອ້ລົມສົນທະນາຜ່ານເຄື່ອຂ່າຍອີນເຕີແນດຢູ່ປະຕູຖານຂໍ້ມູນລັດຖະບານ ປະກອບສ່ວນກຳນົດທິດໃຫ້ແກ່ຫາງສຽງ, ສ້າງຄວາມເຫັນດີເຫັນພ້ອມໃນການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ.