ລັດຖະມົນຕີກະຊວງຕຳຫລວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ

ລັດຖະມົນຕີກະຊວງຕຳຫລວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ - ảnh 1
ພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Hiroshi Fukada, ເອກ​ອັກ​ຄະ​ລັດ​ຖະ​ທູດ  ຍີ່​ປຸ່ນ
ພາບ:TTXVN

(vovworld)-​​ ຕອນ​ບ່າຍ​ວັນ​ທີ 21/9 ຢູ່ ຮ່າ​ໂນ​້ຍ, ພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Hiroshi Fukada, ເອກ​ອັກ​ຄະ​ລັດ​ຖະ​ທູດ  ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ເຂົ້າ​ຢ້ຽມ​ອຳ​ລາ​ເນ​ືີ່ອ​ງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ​ການ​ທູດ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ພົນ​ໂທ ໂຕ​ເລີມ ເນັ້ນ​ຫນັກ​ເຖິງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Hiroshi Fukada ໃນ​ອາ​ຍຸ​ການ​ການ​ທູດ​ຜ່ານ​ມາ ໄດ້​ປ​ະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ເວົ້າ​ລວມ ແລະ ລະ​ຫວ່າງ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ເວົ້າ​ສະ​ເພາະ ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຍີ່​ປຸ່ນ​ເວົ້າ​ສະ​ເພາະ. ທ່ານ​ພົນ​ໂທ ໂຕ​ເລີມ ປາດ​ຖະ​ຫນາ​ວ່າ ພາຍ​ຫລັງ​ກັບ​ຄືນ​ເມືອ​ປະ​ເທດ, ທ່ານ Hiroshi Fukada ສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພບ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ຍີ່​ປຸ່ນ ແລະ ລະ​ຫວ່າງ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຍີ່​ປຸ່ນ. ທ່ານ Hiroshi Fukada ຢືນ​ຢັນ​ວ່າ ພາຍ​ຫລັງ​ກັບ​ຄືນ​ເມືອ​ປະ​ເທດ ເຖິງວ່າ​ໃນ​ຖາ​ນະ​ຕຳ​ແຫນ່ງວຽກ​ງານ​ໃດ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຫນ້ນ​ແຟ້ນ ແລະ ຮອບ​ດ້ານກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ