(vovworld) - ວັນທີ 13/9, ຢູ່ສຳນັກງານກະຊວງປ້ອງກັນປະເທດທີ່ຮ່າໂນ້ຍ, ທ່ານພົນເອກ Phung Quang Thanh, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອູແກຼນ Salamatin Dmitry Albertovich ຊິ່ງໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ອູແກຼນ ມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການເຈລະຈາກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງສະພາບການໃນໂລກ, ພາກພື້ນ ແລະ ຢູ່ແຕ່ລະປະເທດ, ໝາກຜົນຂອງການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ໃນໄລຍະຜ່ານມາ ແລະ ເປັນເອກະພາບນຳກັນໃນທິດທາງຮ່ວມມືໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ Phung Quang Thanh ຖືວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອູແກຼນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ, ພ້ອມກັນນັ້ນໄດ້ເປີດບາດກ້າວພັດທະນາໃໝ່ໃນການພົວພັນດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ອູແກຼນ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອູແກຼນ ໄດ້ສະເໜີໃຫ້ສອງຝ່າຍຄວນສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນ, ຍົກອອກການກຳນົດທິດຢ່າງລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດຂອງສອງປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານລັດຖະມົນຕີ Phung Quang Thanh ແລະ ທ່ານລັດຖະມົນຕີ Albertovich ໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ, ກອງທັບຂອງສອງປະເທດຄວນສຸມໃສ່ຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍມີ່ຄວາມສາມາດ ແລະ ຄວາມຕ້ອງການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຮ່ວມມືບຳລຸງສ້າງ, ແລກປ່ຽນບົດຮຽນໃນການກໍ່ສ້າງກຳລັງກອງທັບ.