ລັດຖະມົນຕີການຕ່າງປະເທດລັດເຊຍ,ຝລັ່ງເຫັນດີສືບຕໍ່ຮັກສາການຕິດຕໍ່ກ່ຽວກັບບັນຫາຊີຣີ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ປຶກສາຫາລືຢ່າງລະອຽດກັບທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean Yves Le Drian ກ່ຽວກັບສະພາບການຢູ່ຊີຣີ

ລັດຖະມົນຕີການຕ່າງປະເທດລັດເຊຍ,ຝລັ່ງເຫັນດີສືບຕໍ່ຮັກສາການຕິດຕໍ່ກ່ຽວກັບບັນຫາຊີຣີ - ảnh 1

ການບຸກໂຈມຕີດ້ວຍລູກສອນໄຟເຊິ່ງອາເມລິກາ, ອັງກິດ ແລະ ຝລັ່ງ ດຳເນີນ ເລັ່ງໃສ່ປະເທດຕາເວັນອອກກາງ 

(ພາບປະກອບ: Steven Nabil)

ພ້ອມທັງຖືວ່າ ການບຸກໂຈມຕີດ້ວຍລູກສອນໄຟເຊິ່ງອາເມລິກາ, ອັງກິດ ແລະ ຝລັ່ງ ດຳເນີນ ເລັ່ງໃສ່ປະເທດຕາເວັນອອກກາງນີ້ ເມື່ອໃນວັນທີ 01 ເມສາ ຜ່ານມາ ໄດ້ຍູ້ໃຫ້ບັນດາບາດກ້າວທີ່ບັນລຸໄດ້ໃນບັນດາການເຈລະຈາຢູ່ Astana ແລະ ກອງປະຊຸມ Sochi ຖຖືກຖອຍໄປ.

      ໃນການໂອ້ລົມທາງໂທລະສັບເມື່ອວັນທີ 28 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ຊີ້ແຈ້ງວ່າ ປະເທດນີ້ຍັງເປີດປະຕູການເຈລະຈາກັບທຸກຄູ່ຮ່ວມມື ເພື່ອແນໃສ່ບັນລຸໄດ້ມາດຕະການແກ້ໄຂວິກິດການຊີຣີຢ່າງສົມເຫດສົມຜົນ ໂດຍອີງໃສ່ພື້ນຖານອາດຈະຮັບຮູ້ໄດ້ສຳລັບບັນດາພັກຝ່າຍຢູ່ປະເທດຕາເວັນອອກກາງນີ້ ເໝາະສົມກັບມະຕິເລກທີ 2254 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. 2 ຝ່າຍກໍ່ເຫັນດີສືບຕໍ່ຮັກສາການຕິດຕໍ່ກ່ຽວກັບບັນຫາຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ