ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງໃຫ້ການຕ້ອນຮັບເອກອັກຄະລັດຖະທູດຈີນ

ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງໃຫ້ການຕ້ອນຮັບເອກອັກຄະລັດຖະທູດຈີນ - ảnh 1
ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງໃຫ້ການຕ້ອນຮັບ
ເອກອັກຄະລັດຖະທູດຈີນ
(ພາບ:cand.com.vn)

(vovworld) - ​ທີ່​ການ​ຕ້ອນ​ຮັບທ່ານເອກ​ອັກ​ຄະ​ລັດຖະ​ທູດ ​ຈີນ ​ປະ​ຈຳ ຫວຽດ​ນາມ ຂູງ​ແສວ​ຢຸ້ງ ໃນ​ວັນ​ທີ 3/2, ທ່ານ​ພົນ​ເອກ ເຈີ່ນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ, ເນ​ັ້ນ​ໜັກ​ວ່າ: ພາຍຫຼັງ​ກອງ​ປະ​ຊຸມ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ 2 ປະ​ເທດ​ຈ​ັ​ດ​ຕັ້ງ​ຢູ່ ຈີນ  ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຂອງ 2 ຝ່າຍ​ໄດ້​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ບັນ​ລຸ​​ບັນ​ດາ​ໝາກ​ຜົນ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ແຕ່​ລະ​ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍກວາງ ຂອບ​ອົກ​ຂອບ​ໃຈ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ສະ​ຖານ​ທູ​ດ ຈີນ ປະ​ຈຳ ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ໃນ​ກາ​ນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕ​ຳຫຼວດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ ຈີນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຂູງ​ແສວ​ຢຸ້ງ ຢັ້ງ​ຢືນ​ຈະສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່​ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ​ຮ່ວມ​ມື​ເວົ້າ​ລວມ ແລະ ຂົງ​ເຂດ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເວົ້າ​ສະ​ເພາະ.

 


ຂ່າວ/ບົດ​ອື່ນ