ລັດຖະມົນຕີ ຫງວຽນບັກຊອນ ຢ້ຽມຢາມ ແລະ ໂອ້ລົມກັບປະຊາຄົມຊາວ ຫວຽດນາມ ຢູ່ ຢູແກຼນ

ລັດຖະມົນຕີ ຫງວຽນບັກຊອນ ຢ້ຽມຢາມ ແລະ ໂອ້ລົມກັບປະຊາຄົມຊາວ ຫວຽດນາມ ຢູ່ ຢູແກຼນ - ảnh 1
ທ່ານ​ລັດຖະມົນຕີ ຫງວຽນ​ບັກ​ຊອນ
(ພາບ: Trọng Đạt/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 29/8, ຢູ່ນະຄອນ ຄາ​ກົບ, ຢູ​ແກຼນ, ​ທ່ານ ຫງວຽນ​ບັກ​ຊອນ, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ໂຄສະ​ນາ​ສຶກສາ​ສູນ​ກາງ, ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ, ມີ​ການ​ໂອ້​ລົມ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ນະຄອນ​ນີ້. ທ່ານ​ລັດຖະມົນຕີ ຫງວຽນ​ບັກ​ຊອນ ນຳ​ໜ້າຄະນະ​ຜູ້​ແທນກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ແລະ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຢ້ຽມຢາມ ຢູ​ແກຼນ, ​ພ້ອມ​ທັງ​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ ​ແລະ ສັບປະດາ​ສາຍຮູບ​ເງົາ “ຫວຽດນາມ - ຈຸດ​ນັບ​ພົບ​ຂອງ​​ໂລກ” ປີ 2013. ທີ່​ການ​ໂອ້​ລົມ, ທ່ານລັດຖະມົນຕີ ຫງວຽນ​ບັກ​ຊອນ ​ໄດ້​ທົບ​ທວນຄືນ​ສະພາບ​ການ ​ແລະ ບັນດາໝາກຜົນ​ທາງດ້ານເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ 3 ປີຜ່ານມາ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ. ສຳລັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ, ທ່ານລັດຖະມົນຕີ ຫວັງ​ວ່າ​ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້ຈະ​ສ້າງ​ປະຊາ​ຄົມ​​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງກ່ວາ.

    ກ່​ອນທີ່​ກ້າວ​ເຂົ້າ​ສູ່​ສົກຮຽນ​ໃໝ່, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ແຂວງ ຄາ​ກົບ ກໍ່ສົມທົບ​ກັບ​ສະຖາ​ນທູດ ຫວຽດນາມ ຢູ່ ຢູ​ແກຼນ ຈັດ​ຕັ້ງການ​ມອບ​ລາງວັນ​ໃຫ້​ນັກຮຽນ​ເກັ່ງ 93 ຄົນ​ເຊິ່ງ​​ແມ່ນ​ລູກ​ຫຼານ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຄາ​ກົບ​ທີ່​ໄດ້​ຮັບ​ລາງວັນ​ສູງ​ໃນການ​ສອບ​ເສັງ​ຕ່າງໆ​ໃນ​ສົກ​ຮຽນ 2012 – 2013. ທ່ານ​ລັດຖະມົນຕີ ຫງວຽນ​ບັກ​ຊອນ ​ໄດ້​ມອບ​ຫຼຽນ​ກາ​ໃຫ້ນັກຮຽນ 15 ຄົນທີ່​ຮັບ​ຜົນງານ​ດີ​ທີ່​ສຸດ.

ຂ່າວ/ບົດ​ອື່ນ