ລັດເຊຍຢັ້ງຢືນຫຼັກໝັ້ນສະໜັບສະໜູນຊີຣີ
ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: RIA Novosti)
(vovworld) – ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງຊີຣີ Bashar al – Assad ເມື່ອວັນທີ 14/11, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມສັນຕິພາບສາກົນກ່ຽວກັບ ຊີຣີ, ຫຼືເອີ້ນວ່າກອງປະຊຸມ ເຊີແນວ 2, ທ່ານປະທານາທິບໍດີ Putin ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ລັດເຊຍ ພ້ອມກັບບັນດາຄູ່ຮ່ວມມືອື່ນມານະພະຍາຍາມກະກຽມໃຫ້ກອງປະຊຸມ ເຊີແນວ 2, ພ້ອມທັງຕີລາຄາຕັ້ງໜ້າຕໍ່ການກຽມພ້ອມຂອງປະທານາທິບໍດີ al – Assad ໃນການສົ່ງຄະນະປະຕິບັດງານລັດຖະບານ ຊີຣີ ເຂົ້າຮ່ວມເຫດການນີ້. ທ່ານປະທານາທິບໍດີ Putin ສະແດງຄວາມຫວັງວ່າຝ່າຍຄ້ານ ຊີຣີ ຈະມີວິທີສຳພັດທີ່ມີລັກສະນະສ້າງສັນ ແລະ ເຂົ້າຮ່ວມກອງປະຊຸມ.
ການນຳ ລັດເຊຍ ກໍ່ສະແດງຄວາມເພິງພໍໃຈຕໍ່ການສົມທົບຂອງລັດຖະບານ ຊີຣີ ກັບຝ່າຍປະຕິບັດງານລວມຂອງອົງການເກືອດຫ້າມອາວຸດເຄມີ (OPCW) ແລະ ສະຫະປະຊາຊາດ ເພື່ອທຳລາຍສາງອາວຸດເຄມີຢູ່ ຊີຣີ. ສ່ວນທ່ານປະທານາທິບໍດີ al – Assad ໄດ້ຂອບອົກຂອບໃຈລັດຖະບານ ລັດເຊຍ ຍ້ອນໄດ້ຊ່ວຍເຫຼືອ ແລະ ສະໜັບສະໜູນປະຊາຊົນ ຊີຣີ, ພ້ອມທັງຢັ້ງຢືນຄວາມປາຖະໜາຂອງ 2 ຝ່າຍທີ່ຢາກປັບປຸງການພົວພັນ 2 ຝ່າຍໃນອະນາຄົດ.