(vovworld) – ວັນທີ 05/12, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ກ່າວປະນາມເລື່ອງບັນດາປະເທດເອີລົບ ກະຕຸກຊຸກຍູ້ຄວາມເຄັ່ງຕຶງຢູ່ ຢູແກຼນ ພາຍຫຼັງທີ່ປະເທດນີ້ປະຕິເສດການລົງນານໃນຂໍ້ຕົກລົງຮ່ວມສຳພັນກັບສະຫະພາບເອີລົບ (EU).
ຄຳຖະແຫຼງດັ່ງກ່າວຂອງລັດຖະມົນຕີການຕ່າງປະເທດລັດເຊຍ ໄດ້ຍົກອອກມາ ໃນສະພາບທີ່ຢູແກຼນ ພວມດຳເນີນບັນດາການແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ Kiev. ວົງການນັກການເມືອງປະເທດນີ້ຢືນຢັນວ່າ ບັນດາການກະຕຸກຊຸກຍູ້ການໃຊ້ຄວາມຮຸນແຮງແມ່ນຜິດກົດໝາຍ ແລະ ບັນດາການແຫ່ຂະບວນປະທ້ວງມີສັນຍານຂອງການກໍ່ລັດຖະປະຫານ. ທ່ານນາຍົກລັດຖະມົນຕີຢູແກຼນ Mykola Azarov ໄດ້ຮຽກຮ້ອງໃຫ້ຝ່າຍຄ້ານຢຸດຕິການເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດໃນວິກິດການການເມືອງ ທີ່ພວມຊົ່ວຮ້າຍທີ່ສຸດຢູ່ປະເທດນີ້ ນັບແຕ່ 1 ທົດສະວັດຜ່ານມາ.