(ພາບປະກອບ)
(vovworld) - ວັນທີ 31/12, ທ່ານປະທານປະເທດຈີນ ຫູຈີນເທົາ ແລະ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງສານອວຍພອນປີໃໝ່ ແລະ ສະແດງຄວາມປາຖະໜາຢາກເຮັດໃຫ້ການພົວພັນລະຫວ່າງສອງປະເທດພັດທະນາກວ່າອີກໃນປີ 2013. ທ່ານປະທານປະເທດຈີນ ຫູຈີນເທົາ ໃຫ້ຮູ້ວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ - ລັດເຊຍ ໃນປີ 2012 ບັນລຸໄດ້ບັນດາຜົນງານໃໝ່. ທ່ານເນັ້ນໜັກວ່າ, ຈີນພ້ອມແລ້ວທີ່ຈະປະສານສົມທົບກັບລັດເຊຍ ເພື່ອປະຕິບັດແຜນການພັດທະນາໃນໄລຍະ 10 ປີ, ແນໃສ່ຊຸກຍູ້ການພົວພັນສອງຝ່າຍ ແລະ ເພີ່ມທະວີການຮ່ວມມືໃນພາກຕົວຈິງ ແລະ ຍຸດທະສາດໃນຫຼາຍຂົງເຂດ, ພ້ອມທັງເພີ່ມທະວີການສົມທົບກັນໃນບັນດາບັນຫາເຄັ່ງຮ້ອນຂອງພາກພື້ນ ແລະ ສາກົນ. ສ່ວນປະທານາທິບໍດີລັດເຊຍ Vladimir Putin ກໍ່ຕີລາຄາສູງການພັດທະນາຢ່າງຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດ, ແລະ ພ້ອມແລ້ວທີ່ຈະປະຕິບັດບັນດາຄວາມມານນະພະຍາຍາມກັບຈີນ ແນໃສ່ຊຸກຍູ້ການພົວພັນສອງຝ່າຍໃນປີ 2013.