ລັດ​ເຊຍ ຕີ​ລາ​ຄາ​ຮ່າງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໂດຍ ຢູ​ແກຼນ​ສະ​ເໜີ

(VOVWORLD) -ວັນທີ 7 ເມສາ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ  Kiev ໄດ້ສົ່ງຮ່າງຂໍ້ຕົກລົງສັນຕິພາບມາໃຫ້ ມົດສະກູ, ແຕ່ທ່ານກໍ່ໃຫ້ຂໍ້ສັງເກດວ່າຮ່າງຂໍ້ຕົກລົງສະບັບນີ້ບັນຈຸປັດໄຈເຊິ່ງ ລັດເຊຍ “ບໍ່ຍອມຮັບໄດ້”. 
ລັດ​ເຊຍ ຕີ​ລາ​ຄາ​ຮ່າງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໂດຍ ຢູ​ແກຼນ​ສະ​ເໜີ - ảnh 1ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ (ພາບ: TTXVN)

ເຖິງຢ່າງໃດກໍ່ຕາມ, ທ່ານ Sergei Lavrov ໃຫ້ຮູ້ວ່າ ລັດເຊຍ ຈະສືບຕໍ່ເຈລະຈາ ແລະ ເນັ້ນໃສ່ການຮັບປະກັນຄວາມຮຽກຮ້ອງຕ້ອງການຂອງຕົນ.

ຕາມການນຳກະຊວງການຕ່າງປະເທດ ລັດເຊຍແລ້ວ, ຮ່າງຂໍ້ຕົກລົງໂດຍຝ່າຍຢູແກຼນຍົກອອກມາ ໄດ້ໄປຜິດເຂວກັບບັນດາຂໍ້ສະເໜີເຊິ່ງ ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ອນນັ້ນ. ເຖິງຢ່າງໃດກໍ່ຕາມ, ທ່ານໃຫ້ຮູ້ວ່າ: ຄະນະນັກເຈລະຈາລັດເຊຍ ຈະສືບຕໍ່ດຳເນີນການເຈລະຈາ, ໂດຍເນັ້ນໃສ່ຮ່າງຂໍ້ຕົກລົງຂອງ ພວກຂ້າພະເຈົ້າ - ເອກະສານໄດ້ຊີ້ໃຫ້ເຫັນ ບັນດາທັດສະນະ ແລະ ຄວາມຮຽກຮ້ອງຕ້ອງການສຳຄັນນັບແຕ່ຫົວທີຂອງພວກຂ້າພະເຈົ້າ ຢ່າງຈະແຈ້ງ ແລະ ຄົບຖ້ວນ”.

ປັດຈຸບັນ, ຝ່າຍ ຢູແກຼນ ຍັງບໍ່ທັນສະແດງຄຳຄິດເຫັນໃດເທື່ອ. Kiev ກໍ່ເຄີຍຢັ້ງຢືນວ່າ ການເຈລະຈາແມ່ນຈຳເປັນ, ແຕ່ເນັ້ນໜັກວ່າ, ຈະບໍ່ປະລະອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ