ລັດເຊຍ ຖະແຫຼງເລີ່ມດຳເນີນໄລຍະໃໝ່ໃນບັ້ນການທະຫານຢູ່ ຢູແກຼນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ແຈ້ງໃຫ້ຊາບວ່າ ມົດສະກູ ພວມເປີດໄລຍະໃໝ່ຂອງບັ້ນການທະຫານພິເສດຢູ່ ຢູແກຼນ.
ລັດເຊຍ ຖະແຫຼງເລີ່ມດຳເນີນໄລຍະໃໝ່ໃນບັ້ນການທະຫານຢູ່ ຢູແກຼນ - ảnh 1ມົດສະກູ ພວມເປີດໄລຍະໃໝ່ຂອງບັ້ນການທະຫານພິເສດຢູ່ ຢູແກຼນ
(ພາບປະກອບ: AFPTTXVN)

ວັນທີ 19 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ແຈ້ງໃຫ້ຊາບວ່າ ມົດສະກູ ພວມເປີດໄລຍະໃໝ່ຂອງບັ້ນການທະຫານພິເສດຢູ່ ຢູແກຼນ.

        ທ່ານ Sergei Lavrov ໃຫ້ຮູ້ວ່າ, ໃນໄລຍະນີ້ ມົດສະກູ ພຽງແຕ່ໃຊ້ອາວຸດທຳມະດາເທົ່ານັ້ນເຂົ້າໃນການດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ. ທ່ານເນັ້ນໜັກວ່າ, ລັດເຊຍ ໄດ້ປ່ຽນແປງການຈັດແບ່ງກຳລັງຢູ່ ຢູແກຼນ ພາຍຫຼັງການເຈລະຈາໂດຍກົງຢູ່ ອິດສະຕານບູນ, ແຕ່ຖືວ່າ ຝ່າຍ Kiev ບໍ່ໃຫ້ຄວາມສຳຄັນຖືກຕາມລະດັບ.

        ຕາມບັນດາສຳນັກຂ່າວສານຝ່າຍຕາເວັນຕົກແລ້ວ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ພວມຫັນທິດຈາກເຂດຕົວເມືອງທີ່ມີສາມັນຊົນເປັນຈຳນວນຫຼາຍ ໄປສູ່ທິດຕາເວັນອອກສ່ຽງໃຕ້ ຂຶ້ນກັບເຂດ Donbass ທີ່ມີເຂດທົ່ງພຽງກວ້າງໃຫຍ່ກວ່າ. ວັນທີ 18 ເມສາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ກໍ່ຢັ້ງຢືນວ່າ ບັນດາກຳລັງຂອງ ລັດເຊຍ ພວມເລີ່ມດຳເນີນບັ້ນການທະຫານຢູ່ເຂດ Donbass, ພ້ອມທັງຖະແຫຼງວ່າ Kiev ຈະປ້ອງກັນປະເທດດ້ວຍຕົນເອງ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 19 ເມສາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ ບັນດາກຳລັງຂອງປະເທດນີ້ ໄດ້ສ້າງຕັ້ງແລວທາງມະນຸດສະທຳໃຫ້ແກ່ບັນດານາຍທະຫານ ຢູແກຼນ ທີ່ຍອມວາງອາວຸດເພື່ອອອກຈາກນະຄອນ Mariupol. ຂໍ້ຕົກລົງດັ່ງກ່າວໂດຍຝ່າຍ ລັດເຊຍ ຍົກອອກມາ ພາຍຫຼັງຄຳນຶງເຖິງສະພາບການຢູ່ໂຮງງານເຫຼັກກ້າ Azovsal ແລະ ອີງໃສ່ບັນດາຫຼັກການມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ