ລັດເຊຍ ປະກາດໂຕ້ຕອບບັນດາມາດຕະການລົງໂທດຂອງ ອາເມລິກາ
(VOVWORLD) - ລັດເຊຍ ຈະມີປະຕິກິລິຍາຢ່າງແຮງຕໍ່ມາດຕະການລົງໂທດໃໝ່ຂອງ ອາເມລິກາ ທີ່ຫາກໍຈັດວາງໃສ່ ມົດສະກູ, ບໍ່ຈຳເປັນຕ້ອງເໝາະສົມແຕ່ຈະແມ່ນບາດກ້າວເດີນທີ່ມີການຄິດໄລ່ໄຕຕອງ ແລະ ມີປະສິດທິຜົນ.
ກະຊວງການຕ່າງປະເທດລັດເຊຍ (ພາບ: Shutterstock) |
ວັນທີ 23 ກຸມພາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການ ໂດຍໃຫ້ຮູ້ວ່າ ປະເທດນີ້ຈະມີປະຕິກິລິຍາຢ່າງແຮງຕໍ່ມາດຕະການລົງໂທດໃໝ່ຂອງ ອາເມລິກາ ທີ່ຫາກໍຈັດວາງໃສ່ ມົດສະກູ, ບໍ່ຈຳເປັນຕ້ອງເໝາະສົມແຕ່ຈະແມ່ນບາດກ້າວເດີນທີ່ມີການຄິດໄລ່ໄຕຕອງ ແລະ ມີປະສິດທິຜົນ.
ອາເມລິກາ ໄດ້ຈັດວາງມາດຕະການລົງໂທດໃໝ່ ແນໃສ່ປ່ຽນແປງນະໂຍບາຍຂອງລັດເຊຍ. ເຖິງຢ່າງໃດກໍຕາມ, ກໍຄືກັນກັບຄັ້ງກ່ອນໆ, ລັດເຊຍ ໄດ້ພິສູດໃຫ້ເຫັນວ່າ ໂດຍບໍ່ຫົວຊາຕໍ່ມາດຕະການລົງໂທດ, ມົດສະກູຍັງມີຄວາມສາມາດຫຼຸດຜ່ອນຄວາມເສຍຫາຍໃຫ້ຢູ່ໃນລະດັບຕ່ຳສຸດ. ກະຊວງການຕ່າງປະເທດ ລັດເຊຍ ກໍເນັ້ນໜັກວ່າ ລັດເຊຍ ເປີດອົກເປີດໃຈຕໍ່ມາດຕະການທາງການທູດ ໂດຍອີງໃສ່ຫຼັກການເຄົາລົບ, ຍຸຕິທຳ ແລະ ຄຳນຶງເຖິງຜົນປະໂຫຍດຂອງກັນ.