ແມ່ຍິງຊີຣີ ແຫ່ຂະບວນປະທ້ວງຕ້ານລັດຖະບານ
(ພາບ:xaluan.com)
( vovworld ) – ວັນທີ 19/7, ລັດເຊຍ ແລະ ຈີນ ໄດ້ປະຕິເສດຮ່າງມະຕິຈັດວາງບັນດາມາດຕະການລົງໂທດຕ້ານປະທານາທິບໍດີຊີຣີ Bashar al Assad ຖ້າຫາກວ່າທ່ານ Assad ບໍ່ຢຸດຕິການນຳໃຊ້ອາວຸດໜັກປະເພດຕ່າງໆ. ນີ້ແມ່ນຄັ້ງທີ 3 ໃນຮອບເວລາ 9 ເດືອນທີ່ຜ່ານມາ, ລັດເຊຍ ແລະ ຈີນ ໄດ້ນຳໃຊ້ສິດຢັບຢັ້ງ ໃນຖານະແມ່ນກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ, ເພື່ອຄັດຄ້ານບັນດາມະຕິຕ້ານຊີຣີ. ມະຕິສະບັບດັ່ງກ່າວໄດ້ຮັບການສະໜັບສະໜູນຈາກອາເມລິກາ, ຝະລັ່ງ, ເຢຍລະມັນ, ປອກຕູການ ແລະ ຮຽກຮ້ອງນຳໃຊ້ບັນດາມາດຕະການລົງໂທດປອດການທະຫານ ຕາມພາກທີ 7 ຂອງກົດບັດ ສປຊ ໃນກໍລະນີທີ່ປະທານາທິບໍດີ Assad ບໍ່ຖອນອາວຸດໜັກປະເພດຕ່າງໆອອກຈາກບັນດານະຄອນຂອງຊີຣີໃນຮອບເວລາ 10 ວັນ.