ລັດເຊຍ ແລະ ອິນເດຍ ເພີ່ມທະວີການພົວພັນຮ່ວມມື ຫຼາຍດ້ານ

ລັດເຊຍ ແລະ ອິນເດຍ ເພີ່ມທະວີການພົວພັນຮ່ວມມື ຫຼາຍດ້ານ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ແລະ ​ທ່ານ​ນາຍົກລັດຖະມົນຕີ ອິນເດຍ Manmohan Singh
(ພາບ: Reuters)

(vovworld) - ວັນ​ທີ 24/12, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ມີ​ການ​ຢ້ຽມຢາມ​ ອິນ​ເດຍຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ປະຈຳ​ປີ ອິນ​ເດຍ - ລັດ​ເຊຍ ຄັ້ງ​ທີ 13. ທ່ານ​ປະທານາທິບໍດີ  Vladimir Putin ​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Manmohan Singh ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ປ້ອງ​ກັນ​ຊາດ ​ແລະ ຊຸກ​ຍູ້​ການ​ພົວພັນ​ການ​ຄ້າ. ​ໃນ​ບົດ​ກ່າວ​ຄຳ​ເຫັນທາງ​ໜັງສືພິມ The Hindu ກ່ອນ​ການໄປ​ຢ້ຽມຢາມ ອິນ​ເດຍ, ທ່ານ​ປະທານາທິບໍດີ Vladimir Putin ​ໄດ້​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ມິດຕະພາບ​ ​ແລະ ການຮ່ວມ​ມື ກັບ ອິນ​ເດຍ​ແມ່ນ​ບັນດາ​ບຸລິມະສິດ​ຕົ້ນ​ຕໍໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ. ກະຊວງ​ການຕ່າງປະ​ເທດ ອິນ​ເດຍ ກໍ​ໄດ້​ແຈ້ງ​ຂ່າວ​ກ່ອນ​ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ Putin, ​ໃນ​ນັ້ນ​​ເນັ້ນ​ໜັກ​ວ່າ: ນັບ​ແຕ່​ເມື່ອ​ລັດ​ເຊຍ ​ແລະ ອິນ​ເດຍ ​ເຊັນ “ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ” ​ໃນ​ເດືອນ 10/2000 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ 2 ຝ່າຍ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່ນັບ​ມື້​ນັບ​ເພີ່​ມຂຶ້ນ​ໃນ​ຂົ​ງ​ເຂດ​ການ​ເມືອງ, ຍຸດ​ທະ​ສາດ ​ແລະ ​ເສດຖະກິດ.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ບັນດາ​ເຈົ້າ​ໜ້າ​ທີ່ 2 ປະ​ເທດ​ໄດ້​ເຊັນ​ຂໍ້​ຕົກລົງ 10 ສະບັບ, ​ໃນ​ນັ້ນ​ມີ​ຂໍ້​ຕົກລົງ​ປ້ອງ​ກັນ​ຊາດສະບັບ​ໃໝ່ ທີ່​ມີ​ມູນ​ຄ່າ​ເກືອບ 2,9 ຕື້ USD./.

ຂ່າວ/ບົດ​ອື່ນ