ລຸ່ນໜຸ່ມຮັກສາອະທິປະໄຕ ເຂດທະເລໝູ່ເກາະ ອັນສັກະລະບູຊາ ຂອງປະເທດຊາດ

ລຸ່ນໜຸ່ມຮັກສາອະທິປະໄຕ ເຂດທະເລໝູ່ເກາະ ອັນສັກະລະບູຊາ ຂອງປະເທດຊາດ - ảnh 1

(ພາບ:baokhanhhoa.com.vn)

(vovworld)-  ຕອນ​ຄ່ຳວັນ​ທີ 7/7, ຢູ່​ນະຄອນ​ຫວູ໋ງ​ເຕົາ, ກຳມະບານ​ຂະ​ແໜງ​ຢາງ​ພາລາ​ຫວຽດນາມ ສົມທົບ​ກັບ​ສະຫະພັນ​ແຮງ​ງານ​ແຂວງ​ບ່າ​ເຣັ້ຍ-ຫວູ໋ງ​ເຕົາ ​ໄດ້​ຈັດ​ພິທີ​ໄຂ​ຄ້າ​ຍພັກ​ແລ້ງ​ເຍົາວະ​ຊົນຄັ້ງທີ 14-ປີ 2013 ດ້ວຍ​ຫົວ​ເລື່ອງ “​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ”. ນີ້​ເປັນ​ປີ​ທີ 14 ຢ່າງ​ລຽນຕິດ​ທີ່ກຳມະບານ​ຂະ​ແໜງ​ຢາງ​ພາລາ​ຫວຽດນາມ ຈັດ​ຄ້າ​ຍພັກ​ແລ້ງ​ເຍົາວະ​ຊົນ​ໃຫ້​ແກ່​ລູກ​ຫລານ​ພະນັກງານ ກຳມະການ ພາລະ​ກອນ ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ປຸກລຸກ ​ແລະ ​ເພີ່​ມພູນ​ຄູນ​ສ້າງ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຕໍ່​ເຂດ​ທະ​ເລ​ໝູ່​ເກາະ ​ແລະ ຄວາມ​ຕັດສິນ​ໃຈ​ຮັກສາ​ອະທິປະ​ໄຕ​ອັນ​ສັກະກລະ​ບູຊາ​ຂອງ​ປະ​ເທດ​ຊາດ​ໃນໝູ່​ລຸ່ນໜຸ່ມ. ທີ່​ຄ້າຍ​ພັກ​ແລ້ງ​ຄັ້ງນີ້, ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ຖະ​ຫວາຍ​ທູບ​ທຽນ​ຢູ່​ອະນຸສາວະລີ​ບັນດາ​ນັກ​ວິລະ​ຊົນ, ນັກຮົບ​ເສຍສະຫຼະຊີວິດ​ເພື່ອ​ຊາດ, ​ເຂົ້າຢ້ຽມຂ່ຳນັບ​ອະນຸສາວະລີ​ນັກ​ວິລະ​ຊົນທີ່​ໄດ້​ເສຍສະຫຼະຊີວິດ​ເພື່ອ​ຊາດ​ຫວໍ້​ທິ​ເຊົາ, ​ໄປ​ທັດສະນະ​ສຶກສາ​ບັນດາ​ທິ​ວທັດ​ທຳ​ມະ​ຊາດຂອງ​ທ້ອງ​ຖິ່ນ ​ແລະ ​ເຂົ້າຮ່ວມ​ບັນດາ​ການ​ລະ​ຫຼີ້ນບົນ​ທະ​ເລ.

  ​ແລະ ກໍ່​ໃນຕອນ​ຄ່ຳວັນ​ທີ 7/7, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ​ເພື່ອ​​ແນ​ໃສ່​ສ້າງ​ກອງ​ທຶນສຶກສາ​ໃຫ້ລູກ​ຫລານ​ບັນດາ​ນັກຮົບ​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ເຂດ​ໝູ່​ເກາະ​ເຈື່ອງ​ຊາ. ທຶນ​ສຶກສາ​ທີ່​ມີ​ມູນ​ຄ່າ 5 ລ້ານ​ດົ່ງ​​ໄດ້ມອບ​ໃຫ້ລູກ​ຫລານ​ນັກຮົບ​ເຈື່ອງ​ຊາ 10 ຄົນ. ລາຍການສະ​ແດງ​ບໍ່​ພຽງ​ແຕ່​​ຮັບ​​ໃຊ້​ໃຫ້​ຜູ້​ຊົມຊົມເທົ່າ​ນັ້ນ ຫາກ​ຍັງ​ຝາກ​ຝັ່ງອາລົມ​ຈິດ​ຄວາມ​ຮັກ​ແພງ ​ແລະ ປຸກລະດົມ​ກຳລັງ​ໃຈລູກ​ຫລານ​ບັນດາ​ນັກຮົບ​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ເຂດ​ໝູ່​ເກາະ​ເຈື່ອງ​ຊາ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ