ລາຍການຄັດເລືອກເຄື່ອງໝາຍການຄ້າທີ່ໄດ້ຮັບຄວາມນິຍົມຊົມໃຊ້ຈາກຄອບຄົວຄັ້ງທີ 1/2017

ລາຍການຄັດເລືອກເຄື່ອງໝາຍການຄ້າທີ່ໄດ້ຮັບຄວາມນິຍົມຊົມໃຊ້ຈາກຄອບຄົວຄັ້ງທີ 1/2017 - ảnh 1
ພາບ​ປະ​ກອບ

(vovworld) – ໂດຍ​ມຸ່ງ​ໄປ​ເຖິງ​ການ​ສ​ະ​ເຫຼີມ​ສະຫຼອງວັນ​ຄອບ​ຄົວ ຫວຽດ​ນາມ (28/6), ວາ​ລະ​ສານ​ຄອບ​ຄົວ ແລະ ເດັກ​ນ້ອຍໄດ້​ສົມ​ທົບ​ກັບ​ໜັງ​ສື​ພິມ​ຄອບ​ຄົວ ແລະ ສັງ​ຄົມ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງຈັດ​ຕັ້ງ​ລາຍ​ການ “ເຄື່ອງ​ໝາຍ​ການ​ຄ້າ​​ທີ່​ໄດ້​ຮັບ​ຄວາມ​​ນິ​ຍົມ​ຊົມ​ໃຊ້​ຈາກ​ຄອບ​ຄົວຄັ້ງ​ທີ 1 ປີ 2017” ໃນ​ວັນ​ທີ 28/6/2017. ລາຍ​ການ​ໄດ້​ຢັ້ງ​ຢ​ື​ນ​ເຄື່ອງ​ໝາຍ​ ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ຂອງ​ບັນ​ດາ​ຫົວ​ໜ່ວຍ, ວິ​ສ​າ​ຫະ​ກິດ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ຜູ້​ໃຊ້​ສອຍ, ຕອບ​ສະ​ໜອງ​ການ​ປະ​ຕິ​ບັດ “ລາຍ​ການ​ເຄື່ອງ​ໝາຍ​ການ​ຄ​້າ​ແຫ່ງ​ຊາດ” ໂດຍ​ລັດ​ຖະ​ບານ​​ເຊັນອະ​ນຸ​ມັດ​ຜ່ານ. ຜ່ານນັ້ນ​ໄດ້​ສ້າງ​ອິດ​ທິ​ພົນ​ຊື່​ສຽງ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ. ການ​ຄັດ​ເລືອກ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເປີດ​ເຜີຍ​ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ ແລະ ໃນ​ແວບ​ໄຊ​ທາງ​ການ​ຂອງ​ຄະ​ນະ​ຈັດ​ຕັ້ງ.


ຂ່າວ/ບົດ​ອື່ນ