ລາຍການສິລະປະລະດູ ບານໃໝ່ຢູ່ບ້ານເກີດເມືອງນອນ

ລາຍການສິລະປະລະດູ ບານໃໝ່ຢູ່ບ້ານເກີດເມືອງນອນ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງເຂົ້າຮ່ວມລານການສິລະປະລະດູບານໃໝ່ຢູ່ບ້ານເກີດເມືອງນອນ
(ພາບ:http://dantri.com.vn)

ຜູ້ຕາງໜ້າ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດນັບ​ພັນ​ຄົນ ​ໄດ້​ເຂົ້າ​ຮ່ວມ​ລາຍການ ລະດູບານ​ໃໝ່​ຢູ່​ບ້າ​ນ​ເກີດ​ເມືອງ​ນອນ ຊື່​ງມີ​ຫົວຂໍ້ວ່າ: “​ບ່ອນ​ເຕົ້າ​ໂຮມ​ຂອງ​ມັງກອນ​ສັກສິດ” ​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ໝາຍ​ເຖິງ​ບຸນ​ເຕັດ, ປີ​ມະຣົງ ປີ 2012 ຢູ່​ບ້ານ​ເກີດ​ເມືອງ​ນອນ ທີ່​ສະໜາມຫຼວງ​ບາ​ດິ່ງ ເຂດ​ສຸສານ​ປະທານ​ໂຮ່ຈິ​ມິນ-ຮ່າ​ໂນ້ຍ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ຄະນະ​ກຳມະການ​​ແຫ່ງ​ລັດກ່ຽວ​ກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ, ການ​ນຳ​ນະຄອນ​ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​ພ້ອມ​ດ້ວຍ ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດນັບຮ້ອຍ​ຄົນ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ສຸດ​ສານ​ລຸງ​ໂຮ່, ທະ​ຫວາຍ​ທູບ​ທຽນ​ຢູ່​ພະ​ລາຊະ​ວັງ ຮ່ວາງ​ແທງທັງ​ລອງ, ​ໄປ​ຢ້ຽມຢາມ​ເຂດ​ປູ່​ສະ​ນີປະ​ຖານປິ​ຫວັດສາດ​ປະທານ​ໂຮ່ຈິ​ມິນ. 

   ​ໃນ​ບົດ​ກ່າວ​ປາ​​​ໄສອວຍພອນ​ປີ​ໃໝ່ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ພໍ່​ແມ່ ປຊຊ ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ ທີ່​ໄດ້​ກັບ​ເມື​ອບ້ານ​ເກີດ​ເມືອງ​ນອນ ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້ລາຍ​ງານບັນດາ​ຜົນງານ​ອັນ​ສຳຄັນ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2011 ​ແລະ​ເຊື່ອໝັ້ນວ່າ ປີ 2012 ດ້ວຍ​ຄຸນ​ນະ​ທາດ ພູມ​ປັນຍາ ​ແລະ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ, ປະ​ເທດ​ຊາດ​ຈະ​ຜ່ານຜ່າ​​ການ​ທ້າ​ທາຍທຸກ​ຢ່າງ, ບື່ນຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ກາຍ​ເປັນ​ປະ​ເທດ​ໝັ້ນຄົງເຂັ້ມ​ແຂງ, ມີທີ່​ຕັ້ງບົດບາດ​ໃນ​ເວທີ​ສາກົນ, ທ່ານເວົ້າວ່າ: 

  “ຍາມ​ໃດ, ພັກ, ລັດ ​ແລະ​ປະຊາຊົນ​ຫວຽດນາມ​ກໍ​ຢືນຢັນ​ວ່າ ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ໜື່ງທີ່​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ກັນໄດ້ ຂອງ​ວົງ​ຄະນາ​ຍາດ​ຫວຽດນາມ, ດັ່ງນັ້ນ, ຍາມ​ໃດກໍ່ປາດ​ຖະໜາ ​ແລະໜູນ​ຊ່ວຍ​ປະຊາຊົນ​ສາມັກຄີ, ຊ່ວຍ​ເຫຼືອຊື່​ງ ກັນ ​ແລະ​ກັນ, ສ້າງ​ຊີວິດ​ການ​ເປັນ​ຢູ່​​ເປັນ​ປົກກະຕິ, ພັດທະນາ​ເສດຖະກິດ, ​ເຈືອ​ຈານ​ເຂົ້າກັບ​ວົງ​ຄະ​ນາ​ຍາດ​​ໃນ​ປະ​ເທດ​ທີ່​ຕົນ​ເອງ​ອາ​ໄສ​ຢູ່. ​ເປັນ​ຂົວ​ຕໍ່​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ ​ແລະ​ຍາມ​ໃດ​ກໍ່​ມຸ້ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ ​ແລະປະ​ເທດ​ຊາດ”.

ສ່ວນປ້າ ຫວູ໋ທິມາຍ, ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ອັງກິດ​ເວົ້າວ່າ:  

   “​ໃນ​ໂອກາດ​ບຸນ​ເຕັດ, ປະຊາຊົນ​ໄດ້​ຕ້ອນຮັບ​ບຸນ​ເຕັດ ລະດູບານ​ໃໝ່​ພ້ອມ​ກັບ​ຍາດຕິ​ພີ່ນ້ອງ. ຍາມ​ໃດ​ພັກ, ລັດ​ກໍ​ໄດ້​ເອົາ​ໃຈ​ໃສ່ ຕ້ອນຮັບຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດຄື​ພວກ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ ຍ້ອນ​ວ່າ ປີ​ນີ້​ໄດ້​ໄປ​ຢ້ຽມສຸສານ​ລຸງ​ໂຮ່ ​ແລະ​ເຂົ້າຮ່ວມ​ລາຍການ ລະດູບານ​ໃໝ່​ຢູ່​ບ້າ​ນ​ເກີດ​ເມືອງ​ນອນ”​.

ຕອບກັບ

ຂ່າວ/ບົດ​ອື່ນ