ງານຊາປະນາກິດສົບຂອງ ທ່ານ ສະໝານ ວິຍາເກດ
(ພາບ: ໝີບີງ)
(vovworld)- ໃນວັນທີ 25/7, ທີ່ສະໜາມເດີ່ນທາດຫຼວງ, ຢູ່ນະຄອນຫຼວງວຽງຈັນ, ພັກ, ລັດ, ສະພາແຫ່ງຊາດ ແລະ ແນວໂຮມລາວສ້າງຊາດ ໄດ້ຈັດງານຊາປະນາກິດສົບ ຂອງ ທ່ານ ສະໝານ ວິຍາເກດ, ອະດິດກຳມະການກົມການເມືອງ, ອະດິດປະທານສະພາແຫ່ງຊາດ, ອະດິດຫົວໜ້າຄະນະຊີ້ນຳວຽກງານແນວຄິດ, ທິດສະດີ ແລະ ວັດທະນະທຳສູນກາງພັກປະຊາຊົນປະຕິວັດລາວ ຢ່າງສົມກຽດ. ທ່ານ ສະໝານ ວິຍາເກດ ເປັນນັກຮົບພະນັກງານນັກປະຕິວັດຜູ້ອາວຸໂສຂອງລາວ, ໄດ້ມີຄຸນງາມຄວາມດີຫຼາຍຢ່າງ, ປະກອບສ່ວນໃຫ້ພາລະກິດຕໍ່ສູ້ປົດປ່ອຍຊາດ, ກໍ່ຄືພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດລາວ. ດ້ວຍຜົນບັນດາຜົນງານ ແລະ ຄຸນງາມຄວາມດີຂອງຕົນ, ພັກ, ລັດລາວໄດ້ ມອບຫຼຽນໄຊ, ຫຼຽນກາອັນສູງສົ່ງ ແລະ ລ້ຳຄ່າຫຼາຍຢ່າງ ໃຫ້ທ່ານ ເຊັ່ນ: ຫຼຽນໄຊຄຳແຫ່ງຊາດ, ຫຼຽນໄຊອິດສະຫຼະ ຊັ້ນ 1, ຫຼຽນໄຊຊະນະເລີດ ຊັ້ນ 1, ຫຼຽນກາລະນຶກ 50 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ຫຼຽນກາລະນຶກ 50 ປີ ແຫ່ງວັນສ້າງຕັ້ງກອງທັບ, ຫຼຽນກາລະນຶກ 60 ປີ ແຫ່ງວັນສ້າງຕັ້ງແນວໂຮມລາວສ້າງຊາດ, ຫຼຽນກາຕໍ່ຕ້ານຝຣັ່ງ, ຫຼຽນກາຕໍ່ຕ້ານອາເມລິກາ ແລະ ລາງວັນອັນສູງສົ່ງອີກຫຼາຍລາງວັນ. ທ່ານສະໝານ ວິຍາເກດ ກໍ່ຖືກພັກ, ລັດ ຫວຽດນາມ ມອບຫຼຽນໄຊດາວຄຳ ຂອງຫວຽດນາມ; ລາຊະອານາຈັກກຳປູເຈຍ ກໍ່ໄດ້ມອບຫຼຽນໄຊຄຳແຫ່ງຊາດ. ໃນ ການດຳລົງຊີວິດເຄື່ອນໄຫວປະຕິວັດ ກໍ່ຄືໃນຖານະຕຳແໜ່ງ ເປັນການນຳຂັ້ນສູງ ຂອງລາວ ຫຼັງຈາກນັ້ນ, ທ່ານ ສະໝານ ວິຍາເກດ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງ ໃຫ້ແກ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ.