ລາວ:ໄຂກອງປະຊຸມໂຕະມົນຂັ້ນສູງຄັ້ງທີ11
ທ່ານນາຍົກລັດຖະມົນຕີ ລາວ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Hoàng Chương/Vietnam+)
(vovworld) – ວັນທີ 19/11, ຢູ່ສູນກອງປະຊຸມແຫ່ງຊາດທີ່ນະຄອນຫຼວງ ວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ລາວໄດ້ສົມທົບກັບໂຄງການພັດທະນາ ສປຊ (UNDP) ໄດ້ຈັດຕັ້ງກອງປະຊຸມໂຕະມົນຂັ້ນສູງຄັ້ງທີ 11. ໂດຍມີຜູ້ແທນກ່ວາ 400 ທ່ານຕາງໜ້າໃຫ້ລັດຖະບານ ລາວ, ບັນດາຄູ່ຮ່ວມມືພັດທະນາ ແລະ ອົງການຈັດຕັ້ງສັງຄົມພົນລະເຮືອນໄດ້ເຂົ້າຮ່ວມກອງປະຊຸມ. ດ້ວຍຫົວຂໍ້ “ຍູ້ໄວການປະຕິບັດບັນດາຈຸດໝາຍພັດທະນາສະຫັດສະຫວັດ ແລະ ພັດທະນາຮອບດ້ານ”, ກອງປະຊຸມນີ້ຈະສຸມໃສ່ປຶກສາຫາລືບັນດາບັນຫາບຸລິມະສິດພັດທະນາຂອງລາວ ໃນປີ 2015, ກຳນົດທິດທາງພື້ນຖານເພື່ອສ້າງສຳເລັດບັນດາຈຸດໝາຍໃນໄລຍະຍາວ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໄດ້ຊີ້ແຈ້ງບັນດາໝາກຜົນທີ່ບັນລຸໄດ້ໃນປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີຄັ້ງທີ 7 (2011 – 2015) ຂອງລາວ, ສະແດງໃຫ້ເຫັນການເຕີບໂຕເສດຖະກິດແຮງ, ເປັນປົກກະຕິ ແລະ ຢ່າງຕໍ່ເນື່ອງ, ກໍ່ຄືບັນດາຄວາມຄືບໜ້າໃນການປະຕິບັດບັນດາຈຸດໝາຍພັດທະນາສະຫັດສະຫວັດ ເຊິ່ງພົ້ນເດັ່ນແມ່ນໝາກຜົນການຫລຸດຜ່ອນຄວາມທຸກຍາກຈາກລະດັບ 27,6% ລົງເຫຼືອພຽງ 20,5%. ທ່ານນາຍົກລັດຖະມົນຕີ ລາວ ກໍ່ເນັ້ນໜັກເຖິງຄວາມຫຍຸງຍາກ ແລະ ການທ້າທາຍຈຳນວນໜຶ່ງໃນປະຈຸບັນ ກ່ຽວກັບດ້ານການເງິນ, ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງ... ແລະ ສະແດງຄວາມຫວັງວ່າ ລາວ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ.