ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນໍ້າຂອງ​ຫວຽດ​ນາມ ຫຼຸດລົງ​ເກືອບ 17% ​ໃນ 04 ​ເດືອນ​ຕົ້ນ​ປີ 2020

(VOVWORLD) -ຈີນຍັງຄົງແມ່ນຕະຫຼາດທີ່ກວມເອົາອັດຕາສ່ວນຫຼາຍທີ່ສຸດ ດ້ວຍວົງເງິນສົ່ງອອກບັນລຸເກືອບ 2,8 ຕື້ USD.
ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນໍ້າຂອງ​ຫວຽດ​ນາມ ຫຼຸດລົງ​ເກືອບ 17% ​ໃນ 04 ​ເດືອນ​ຕົ້ນ​ປີ 2020 - ảnh 1ຈີນຍັງຄົງແມ່ນຕະຫຼາດທີ່ກວມເອົາອັດຕາສ່ວນຫຼາຍທີ່ສຸດ ດ້ວຍວົງເງິນສົ່ງອອກບັນລຸເກືອບ 2,8 ຕື້ USD (ພາບ:baodautu.vn)

        ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ ວົງເງິນນໍາເຂົ້າ - ສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ຂອງ 4 ເດືອນຕົ້ນປີ 2020 ຄາດວ່າບັນລຸກວ່າ 21,1 ຕື້ USD; ໃນນັ້ນ, ວົງເງິນສົ່ງອອກບັນລຸເກືອບ 12,9 ຕື້ USD. ກ່ຽວກັບຕະຫຼາດສົ່ງອອກ, ຈີນຍັງຄົງແມ່ນຕະຫຼາດທີ່ກວມເອົາອັດຕາສ່ວນຫຼາຍທີ່ສຸດ ດ້ວຍວົງເງິນສົ່ງອອກບັນລຸເກືອບ 2,8 ຕື້ USD; ຖັດມາແມ່ນຕະຫຼາດ ເອເມລິກາ ແລະ ສະຫະພາບເອີຣົບ. ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ໄປຍັງບາງປະເທດຍັງມີການເຕີບໂຕເລັກໜ້ອຍເຊັ່ນ: ຍີ່ປຸ່ນ ບັນລຸເກືອບ 1,1 ຕື້ USD, ເພີ່ມຂຶ້ນເກືອບ 3%; ອາຊຽນບັນລຸເກືອບ 1,3 ຕື້ USD, ເພີ່ມຂຶ້ນຫຼາຍກວ່າ 7%.   

ຕອບກັບ

ຂ່າວ/ບົດ​ອື່ນ