ທ່ານ ຫວູດັງຕຽນ ຜູ້ອຳນວຍການໃຫຍ່ VOV
(vovworld)- ກອງປະຊຸມກະຈາຍສຽງອາຊີ 2013(Radio Asia 2013) ໂດຍວິທະຍຸກະຈາຍສຽງຫວຽດນາມ(VOV)ເປັນເຈົ້າພາບຈັດຕັ້ງຂຶ້ນ ຈະດຳເນີນໄປແຕ່ວັນທີ 29-31/7 ຈະມາເຖິງ. ກ່ອນດຳເນີນກອງປະຊຸມ, ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານ ຫວູດັງຕຽນ ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: VOV ແມ່ນສະມາຊິກສົມບູນຂອງສະຫະສະມາຄົມກະຈາຍສຽງໂທລະພາບ ອາຊີ ປາຊີຟີກ (ABU) ນັບແຕ່ປີ 1964 ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ABU ຢ່າງຕັ້ງຫນ້າ. ເລື່ອງ ABU ເລືອກເຟັ້ນ VOV ເປັນເຈົ້າພາບຈັດຕັ້ງກອງປະຊຸມ Radio Asia 2013 ຢູ່ ຮ່າໂນ້ຍ, ກໍ່ເປັນການຍົກສູງທີ່ຕັ້ງບົດບາດຂອງຂະແຫນງກະຈາຍສຽງຫວຽດນາມ ກັບບັນດາປະເທດໃນພາກພື້ນ. ທ່ານ ຫວູດັງຕຽນ ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:
“ຫົວຂໍ້: ກະຈາຍສຽງ ແລະ ສື່ສານສັງຄົມ: ທ່າອ່ຽງພັດທະນາໃນອະນາຄົດ” ມີຄວາມໝາຍສຳຄັນ, ບໍ່ພຽງແຕ່ສະເພາະຂະແຫນງກະຈາຍສຽງຫວຽດນາມ ເທົ່ານັ້ນ ຫາກສຳລັບບັນດາປະເທດໃນພາກພື້ນ ແລະ ໂລກອີກດ້ວຍ. ທີ່ເວທີປາໄສຄັ້ງນີ້ ບັນດານັກຄຸ້ມຄອງການກະຈາຍສຽງ ຈະແບ່ງປັນບົດຮຽນຕ່າງໆໃນຂົງເຂດກະຈາຍສຽງ ແລະ ຈະແລກປ່ຽນບົດຮຽນກໍຄືທ່າອ່ຽງພັດທະນາຂອງວຽກງານກະຈາຍສຽງໃນອະນາຄົດ.”