ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານການສຶກສາ,ກໍ່ສ້າງໃນຕຳຫຼວດປະຊາຊົນ
(ທ່ານປະທານປະເທດ ເຈີ່ນດ້າຍກວາງ
ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ)
(vovworld) – ໃນຕອນເຊົ້າ ວັນທີ 24/6, ກະຊວງຕຳຫຼວດ ຈັດພິທີສະເຫຼີມສະຫຼອງວັນມູນເຊື້ອວິທະຍາຄານຕຳຫຼວດປະຊາຊົນ ຄົບຮອບ 70 ປີ (25/6/1946-25/6/2016) ແລະ ມອບຮັບຫຼຽນໄຊວິລະກຳຊັ້ນໜຶ່ງ ຢ່າງສົມກຽດ. ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມອບໝາຍໜ້າທີ່ ດ້ວຍທີ່ຕັ້ງບາດເປັນສູນກໍ່ສ້າງ ແລະ ຄົ້ນຄວ້າວິທະຍາສາດແຖວໜ້າ, ຮັກສາບົດບາດສຳຄັນ ໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ຂອງກຳລັງຕຳຫຼວດປະຊາຊົນ, ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ ຕ້ອງສືບຕໍ່ຊາບຊືມຢ່າງເລິກເຊິ່ງ, ປະຕິບັດ ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການສຶກສາ, ກໍ່ສ້າງ ຢ່າງເຂັ້ມງວດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ:
“ວິທະຍາຄານຄວນເອົາໃຈໃສ່ເປັນພິເສດ, ບຳລຸງ, ພັດທະນາຖັນແຖວຄູອາຈານ, ນັກຄົ້ນຄວ້າ ຂອງວິທະຍາຄານ, ນີ້ແມ່ນກຳລັງແກ່ນສານ, ຕັດສິນ ວຽກງານວິຊາສະເພາະ ກໍ່ຄືຄຸນນະພາບການສຶກສາ ແລະ ກໍ່ສ້າງຂອງວິທະຍາຄານ. ຖືເປັນສຳຄັນວຽກງານຄຸ້ມຄອງ, ການຝຶກຜົນຫຼໍ່ຫຼອມການສຶກສານັກສຳມະນາກອນ, ໃຫ້ມີຄຸນສົມບັດ ດ້ານການເມືອງຢ່າງໜັກແໜ້ນ, ເດັດດ່ຽວຈົງຮັກພັກດີ ຕໍ່ພັກ, ປະເທດຊາດ ແລະ ປາຊາຊົນ; ມີສະຕິລະບຽບວິໄນ, ກຽມພ້ອມສູ້ຮົບ ກໍ່ຄືບຸກຄະລິກກະພາບ, ຄຸນນະທາດອັນສູງສົ່ງ ຂອງພະນັກງານ, ນັກຮົບຕຳຫຼວດປະຊາຊົນ”.