ວັນບຸນບໍລິຈາກເລືອດ

(VOVWORLD) - ຕາມອົງການອະນາໄມໂລກ, ເພື່ອຮັບປະກັນໃຫ້ມີປະລິມານເລືອດ ຮັບໃຊ້ແກ່ວຽກງານສຸກເສີນ ແລະ ປິ່ນປົວ, ແຕ່ລະປະເທດຕ້ອງການຢ່າງຫນ້ອຍສຸດ 2% ຈຳນວນພົນລະເມືອງບໍລິຈາກເລືອດ.

  ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 21 ປີແຫ່ງວັນທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະຫມັກໃຈ(07/04/2000-07/04/2021), ສະຖາບັນໂລຫິດຊາດ - ສົ່ງເລືອດສູນກາງໄດ້ສົມທົບກັບບໍລິສັດຫຸ້ນສ່ວນ ເຕີບດ່ວານຍາໂຝ ຫວຽດນາມ ຈັດຕັ້ງ “ວັນບຸນບໍລິຈາກເລືອດດ້ວຍຄວາມສະຫມັກໃຈ”.

ຕາມອົງການອະນາໄມໂລກ, ເພື່ອຮັບປະກັນໃຫ້ມີປະລິມານເລືອດ ຮັບໃຊ້ແກ່ວຽກງານສຸກເສີນ ແລະ ປິ່ນປົວ, ແຕ່ລະປະເທດຕ້ອງການຢ່າງຫນ້ອຍສຸດ 2% ຈຳນວນພົນລະເມືອງບໍລິຈາກເລືອດ. ຢູ່ ຫວຽດນາມ ມີພົນລະເມືອງປະມານ 96 ລ້ານຄົນ ແຕ່ລະປີ ຕ້ອງການຢ່າງຫນ້ອຍສຸດ 1,9 ລ້ານຖົງ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ ຫວຽດນາມ ຈຶ່ງຕອບສະໜອງໄດ້ປະມານ 80% ຄວາມຕ້ອງການເລືອດໃຫ້ແກ່ການສຸກເສີນ ແລະ ປິ່ນປົວພະຍາດ.

ພາຍຫລັງລາຍການບໍລິຈາກເລືອດ, ຄະນະຈັດຕັ້ງໄດ້ຮັບເລືອດບໍລິຈາກກ່ວາ 350 ຖົງ - ແມ່ນຂອງຂວັນຢ່າງແທດຈິງໃຫ້ແກ່ຄົນເຈັບທີ່ຂາດເລືອດ.

ຕອບກັບ

ຂ່າວ/ບົດ​ອື່ນ