ວັນບຸນປື້ມຫວຽດນາມ ຄັ້ງທີ 8 ຢູ່ນະຄອນ ໂຮ່ຈີມິນ

(VOVWORLD) -ບັນດາການເຄື່ອນໄຫວໃນວັນບຸນປຶ້ມຫວຽດນາມ ຄັ້ງທີ 8 ຈະແກ່ຍາວຮອດວັນທີີ 22 ເມສາ.

ຕອນເຊົ້າວັນທີ 18 ເມສາ, ວັນບຸນປື້ມຫວຽດນາມ ຄັ້ງທີ 8 ໂດຍກົມພິມຈຳໜ່າຍສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຈັດພິທີໄຂວັນບຸນຢູ່ນະຄອນ ໂຮ່ຈີມິນ. ນີ້ແມ່ນຄັ້ງທຳອິດວັນບຸນປື້ມຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ ດ້ວຍການເຄື່ອນໄຫວພົບປະແລກປ່ຽນຫຼາຍຢ່າງລະຫວ່າງຜູ້ຂຽນ ແລະ ຜູ້ອ່ານກ່ຽວກັບປື້ມມີຫົວຂໍ້ກ່ຽວກັບການປົດປ່ອຍທາງພາກໃຕ້, ໂຮມປະເທດຊາດເປັນເອກະພາບ; ປື້ມໃຫ້ເດັກນ້ອຍ, ປື້ມສ້າງແຫຼ່ງບັນດານໃຈໃຫ້ແກ່ລຸ້ນໜຸ່ມ… ວັນບຸນປື້ມຫວຽດນາມ ຄັ້ງທີ 8 ກໍ່ມີຄວາມແຕກຕ່າງກັນກ່ຽວກັບຂອບຂະໜາດ, ດ້ວຍປື້ມທີ່ນຳມາວາງສະແດງແມ່ນກວ່າ 30.000 ຫົວ, ເຊິ່ງໄດ້ຄັດເລືອກໃນເວລາ 3 ປີຜ່ານມາ ເພື່ອຮັບໃຊ້ໃຫ້ແກ່ຜູ້ອ່ານ. ບັນດາການເຄື່ອນໄຫວໃນວັນບຸນປຶ້ມຫວຽດນາມ ຄັ້ງທີ 8 ຈະແກ່ຍາວຮອດວັນທີີ 22 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ