ນັກຮຽນເຂົ້າຮ່ວມວັນບຸນເປັນຈຳນວນຫລວງຫລາຍ
ພາບ:baomoi
|
(vovworld)- ວັນບຸນປື້ມ ຮ່າໂນ້ຍ ປີ 2016 ດຳເນີນແຕ່ວັນທີ 6 -10/10 ຢູ່ ພະລາດຊະວັງ ທັງລອງ ໂດຍມີການເຂົ້າຮ່ວມຂອງສຳນັກພິມຈຳຫນ່າຍ ແລະ ຫົວຫນ່ວຍຜະລິດປື້ມເປັນຈຳນວນຫລວງຫລາຍ. ສະເພາະໃນວັນທີ 8 ແລະ 9/10, ວັນບຸນປື້ມ ຮ່າໂນ້ຍ ປີ 2016 ໄດ້ຈັດຫລາຍລາຍການສະຫງວນໃຫ້ແກ່ພໍ່ແມ່ ແລະ ລູກເຕົ້າ. ນີ້ກໍແມ່ນໂອກາດເພື່ອເຊື່ອມຕໍ່ການພົວພັນລະຫວ່າງບັນດາສະມາຊິກໃນຄອບຄົວນຳກັນ. ອ້າຍ ຫງວຽນແທງຕຸ່ງ, ຜູ້ເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ວັນບຸນປື້ມໃຫ້ຮູ້ວ່າ:
“ວັນບຸນປື້ມແຕ່ລະຄັ້ງ ຂ້າພະເຈົ້າລ້ວນແຕ່ຍາດເວລາມາເຂົ້າຮ່ວມ. ການເຄື່ອນໄຫວນີ້ຈະຊ່ວຍໃຫ້ພວກຫລານມີຫົວຄິດປະດິດສ້າງ ແລະ ມີສະຕິໃນການສະສົມປື້ມເພື່ອຮັບໃຊ້ການຮ່ຳຮຽນ.”