ພາບປະກອບ
|
(vovworld) – ຄະນະປະຕິບັດງານສະຫະພາບ ເອີລົບ ປະຈຳ ຫວຽດນາມ ຈະສົມທົບກັບບັນດາສະມາຊິກສະຫະພາບເອີລົບ (ອີຢູ) ຈັດຕັ້ງເຫດການ “ວັນໂຄສະນາທຶນການສຶກສາ ອີຢູ” ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໃນອາທິດທຳອິດຂອງເດືອນ 10/2016. ລະອຽດຄື, “ວັນ ໂຄສະນາທຶນການສຶກສາ ອີຢູ” ຈະດຳເນີນຢູ່ສູນກອງປະຊຸມສາກົນ (ເຮືອນເລກທີ 11 ຖະໜົນເລຮົ່ງຟອງ, ເມືອງ ບາດິ່ງ, ຮ່າໂນ້ຍ) ໃນວັນທີ 1/10 ແລະ ຢູ່ມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ມະນຸດສາດຂຶ້ນກັບມະຫາວິທະຍາໄລແຫ່ງຊາດ (ເຮືອນເລກທີ 10 – 12 ຖະໜົນດິງຕຽນຮ່ວາງ, ເມືອງ 1, ນະຄອນ ໂຮ່ຈີມິນ) ໃນວັນທີ 2/10. ຜູ້ເຂົ້າຮ່ວມ “ວັນ ໂຄສະນາທຶນການສຶກສາ ອີຢູ” ຈະມີໂອກາດຊອກຮູ້ບັນດາຂໍ້ມູນທີ່ດູູດດື່ມເມື່ອຮຳ່ຮຽນ, ຄົ້ນຄ້ວາຢູ່ໜຶ່ງໃນຈຳນວນ 28 ປະເທດສະມາຊິກສະຫະພາບເອີລົບ ຜ່ານບັນດາການແບ່ງປັນບົດຮຽນຂອງອະດີດນັກຮຽນ, ນັກສຶກສາ ແລະ ຜູ້ຕາງໜ້າບັນດາສະຖານທູດ.