ວິສາຫະກິດຝລັ່ງຢາກເປີດກວ້າງການລົງທຶນຢູ່ຫວຽດນາມ
ຄະນະນັກທຸລະກິດຝລັ່ງຢ້ຽມຢາມຫວຽດນາມ
ພາບ:tgvn.com
|
(vovworld)- ທີ່ການເຂົ້າຢ້ຽມຂ່ຳນັບທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເມື່ອຕອນບ່າຍວັນທີ 2/12, ຜູ້ຕາງຫນ້າຄະນະນັກທຸລະກິດ ຝລັ່ງ ພວມຢ້ຽມຢາມ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ບັນດາຄວາມສາມາດບົ່ມຊອ້ນການຮ່ວມມື, ສ້າງເງື່ອນໄຂນັບມື້ນັບສະດວກ, ເປີດກວ້າງຕະຫລາດຂອງລັດຖະບານຫວຽດນາມ ເປັນຕົ້ນແມ່ນກາລະໂອກາດຂອງຕະຫລາດຫວຽດນາມ ຂະນະທີ່ພວມເຈລະຈາ, ລົງນາມໃນສັນຍາການຄ້າເສລີ ຫລາຍສະບັບກັບບັນດາຄູ່ຮ່ວມມື, ປະເທດຕ່າງໆ. ບັນດາວິສາຫະກິດ ຝລັ່ງ ປາດຖະຫນາຢາກຜັນຂະຫຍາຍບາງໂຄງການໃນຂົງເຂດຂຸດຄົ້ນບໍ່ແຮ່, ປຸງແຕ່ງອຸດສາຫະກຳຫນັກ, ພະລັງງານ, ພື້ນຖານໂຄງລ່າງ, ທະນາຄານ ຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຢືນຢັນ: ລັດຖະບານຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ ມາຮ່ວມມື, ດຳເນີນທຸລະກິດ ຊື່ງຕ່າງຝ່າຍຕ່າງມີຜົນປະໂຫຍດຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໃຫ້ຮູ້ວ່າ: ເພື່ອໃຫ້ບັນດາໂຄງການໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ບັນດາວິສາຫະກິດ ຝລັ່ງ ສາມາດສືບຕໍ່ເຮັດວຽກກັບບັນດາຄູ່ຮ່ວມມື, ອົງການຄຸ້ມຄອງຂອງຫວຽດນາມ ເພື່ອໄດ້ຮັບການແກ້ໄຂ.