ວິສາຫະກິດຝລັ່ງ ປາດຖະໜາຢາກ ພັດທະນາການດຳເນີນທຸລະກິດຢູ່ຕະຫຼາດຫວຽດນາມ

ວິສາຫະກິດຝລັ່ງ ປາດຖະໜາຢາກ ພັດທະນາການດຳເນີນທຸລະກິດຢູ່ຕະຫຼາດຫວຽດນາມ - ảnh 1
(ກອງ​ປະຊຸມ​ສຳ​ມະ​ນາ “ຫວຽດນາມ -
ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”)


(vovworld) –  ​ວັນ​ທີ 23/06, ຢູ່​ນະຄອນ Val de Marne, ຊານ​ນະ​ຄອນປາຣີ, ປະ​ເທດ​ຝລັ່ງ ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ໂຄສະນາ​ໂດຍ​ຫຍໍ້​ກ່ຽວ​ກັບ​ຕະຫຼາດ​ຫວຽ​ດນາມ, ຂອບ​ເຂດ​ກົດໝາຍ, ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ, ​ສິນຄ້າ​ຫວຽດນາມ ປະ​ເພດ​ຕ່າງໆ​ທີ່ມີ​ທ່າ​ແຮງ​ກໍ່​ຄື​ເງື່ອນ​ໄຂ​ດຳ​ເນີນ​ທຸລະ​ກິດ​ທີ່​ນັບ​ມື້​ນັບ​ສະດວກ ພາຍ​ຫຼັງ​​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EU) ຄາດ​ວ່າ​ຈະ​ລົງ​ນາມ​ສັນຍາ​ການ​ຄ້າ 2 ຝ່າຍ​ໃນ​ທ້າຍປ​ີ 2014. ທ່ານ​ບຸ​ຍຮຸຍ​ເຊີນ, ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “​​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ດ້ວຍ​ຈຸດປະສົງຕົ້ນ​ຕໍ່​​​ແມ່ນ ​ໂຄສະນາ​ແນະນຳກ່ຽວ​ກັບ​ຕະຫຼາດ​ຫວຽ​ດນາມ ກໍ່​ຄື​ຊອກ​ຮູ້​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ, ຈຳໜ່າຍຜະລິດ​ຕະພັນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງ​ຫວຽ​ດນາມ ຢູ່​ຕະຫຼາດ​ຝລັ່ງ ​ແລະ ຕະຫຼາດ​ເອີລົບ, ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ​​ເຊິ່ງຫວຽດນາມ ມີ​ທ່າ​ແຮງ.”

        ສ່ວນ​ທ່ານ​ນາງ Elizabeth Rodrigyes, ຫົວໜ້າ​ອົງການ​ພັດທະນາ​ເຂດ Val de Marne ຖື​ວ່າ ​ເພື່ອ​​ໃຫ້ວິ​ສາ​ຫະກິດ 2 ປະ​ເທດຮ່ວມ​ມືຢ່າງ​ມີ​ປະສິດທິ​ຜົນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ຝລັ່ງ ຕ້ອງ​​ສ້າງ​​ເງື່ອນ​ໄຂພົບ​ປະ​ຊອກ​ຮູ້, ກ້າວ​ໄປ​ເຖິງ​ການ​ລົງ​ນາມ​​ໃນບັນດາ​ສັນຍາ​ຮ່ວມ​ມື​ໃນ​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ