ວິສາຫະກິດຫວຽດນາມປະຈຳອົດສະຕາລີມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນດ້ານການຄ້າ 2 ຝ່າຍ

(VOVWORLD) -ການພົວພັນດ້ານການຄ້າລະຫວ່າງຫວຽດນາມ - ອົດສະຕາລີ ສືບຕໍ່ໄດ້ຮັບການພັດທະນາໃນປີ 2020

ວິສາຫະກິດຫວຽດນາມປະຈຳອົດສະຕາລີມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນດ້ານການຄ້າ 2 ຝ່າຍ - ảnh 1 ພິທີສະຫຼຸບການເຄື່ອນໄຫວປີ 2020 ຂອງສະມາຄົມວິສາຫະກິດຫວຽດນາມ ຢູ່ນະຄອນ Sydney

(ພາບ: Vietnam+)

ຫວ່າງມໍ່ໆມານີ້, ເມື່ອກ່າວຄຳເຫັນທີ່ພິທີສະຫຼຸບການເຄື່ອນໄຫວປີ 2020 ຂອງສະມາຄົມວິສາຫະກິດຫວຽດນາມ ຢູ່ນະຄອນ Sydney (VEAS), ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອົດສະຕາລີ ຫງວຽນເຕີ໊ດແທັ່ງ ໃຫ້ຮູ້ວ່າ, ການພົວພັນດ້ານການຄ້າລະຫວ່າງຫວຽດນາມ - ອົດສະຕາລີ ສືບຕໍ່ໄດ້ຮັບການພັດທະນາໃນປີ 2020, ໃນນັ້ນມີການປະກອບສ່ວນສຳຄັນຂອງບັນດາວິສາຫະກິດຫວຽດນາມ ປະຈຳອົດສະຕາລີ.

        ຕາມທ່ານເອກອັກຄະລັດຖະທູດ ຫງວຽນເຕີ໊ດແທັ່ງ ແລ້ວ, ໃນຫຼາຍປີຜ່ານມາ, ໂດຍສະເພາະແມ່ນເມື່ອ 2 ປະເທດຍົກລະດັບການພົວພັນໃຫ້ຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດເມື່ອເດືອນ ມີນາ 2018, ການພົວພັນລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການເປີດກວ້າງ ແລະ ພັດທະນາ. ຫວ່າງແລ້ວນີ້, ວັນທີ 05 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດອົດສະຕາລີ Marise Payne ໄດ້ລົງນາມໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໂດຍອີງໃສ່ໃນ 3 ເສົາຄ້ຳຕົ້ນຕໍແມ່ນ: ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ປັນຍາຊົນ, ປ່ຽນແປງໃໝ່. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ສະຖານທູດຫວຽດນາມ ແລະ ບັນດາອົງການຕາງໜ້າອື່ນໆຂອງຫວຽດນາມ ປະຈຳອົດສະຕາລີ ຈະເຮັດທຸກສິ່ງທຸກຢ່າງເພື່ອໜູນຊ່ວຍໃຫ້ແກ່ວິສາຫະກິດຂອງ 2 ປະເທດຜັນຂະຫຍາຍບັນດາການເຄື່ອນໄຫວດຳເນີນທຸລະກິດຢ່າງແຮງກວ່າໃນທຸກຂົງເຂດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ