ວິສາຫະກິດຫວຽດນາມຫລາຍແຫ່ງເອົາໃຈໃສ່ລົງທຶນຢູ່ແຂວງມົດສກູ
ທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ຕ້ອນຮັບ
ຜູ້ວ່າການລັດແຂວງ ມົດສກູ ທ່ານ Andrey Vorobiev
(vovworld) - ວັນທີ 28/7, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ສະຫະພັນລັດເຊຍ ຫງວຽນແທງເຊີນ ໄດ້ໃຫ້ການຕ້ອນຮັບ ຜູ້ວ່າການລັດແຂວງ ມົດສກູ ທ່ານ Andrey Vorobiev ຢູ່ສຳນັກງານສະຖານທູດ ຫວຽດນາມ ເພື່ອແນໃສ່ແລກປ່ຽນ, ເພີ່ມທະວີການຮ່ວມມື 2 ຝ່າຍ. ທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນລັດເຊຍ, ໃນນັ້ນ, ແຂວງ ມົດສກູ ແມ່ນໜຶ່ງໃນບັນດາແຂວງໄດ້ຮັບການບຸລິມະສິດອັນດັບໜຶ່ງ. ທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ເນັ້ນໜັກວ່າ: ນັບມື້ນັບມີວິສາຫະກິດ ຫວຽດນາມ ຫລາຍແຫ່ງເອົາໃຈໃສ່ລົງທຶນເຂົ້າແຂວງ ມົດສກູ, ຊຶ່ງທຳອິດແມ່ນກຸ່ມບໍລິສັດໃຫຍ່ TH – True Milk ດ້ວຍໂຄງການລົງທຶນພັດທະນາກະສິກຳຢູ່ແຂວງ ມົດສກູ ລວມມູນຄ່າກ່ວາ 2 ຕື້ USD. ສ່ວນທ່ານ Andrey Vorobiev ໃຫ້ຮູ້ວ່າ: ແຂວງ ມົດສກູ ຍາມໃດກໍຖືເປັນສຳຄັນການພົວພັນກັບ ຫວຽດນາມ, ພ້ອມທັງຕີລາຄາສູງເລື່ອງ 2 ຝ່າຍໄດ້ດຳເນີນການພົບປະເປັນປະຈຳເພື່ອແນໃສ່ຊຸກຍູ້ຜັນຂະຫຍາຍບັນດາໂຄງການຮ່ວມມື 2 ຝ່າຍຢ່າງທັນການ. ທ່ານ Andrey Vorobiev ຢືນຢັນວ່າ: ແຂວງ ມົດສກູ ພ້ອມແລ້ວສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ແຂວງ ມົດສກູ ຢ່າງເຂັ້ນງວດ, ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າລົງທຶນ.